ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 20:06:01    
ທະ​ນາ​ຄານ​ອາ​ເມ​ລິ​ກາ​ສືບ​ຕໍ່​ຍົກ​ມາດ​ຕະ​ຖານ​ປ່ອຍ​ເງິນ​ກູ້​ຊະ​ນິດ​ຕ່າງໆ​ໃຫ້​ສູງ​ຂຶ້ນ.

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 5 ພຶດສະພາ​ນີ້,ສະຫະພັນ​ຄັງ​ສຳຮອງ​ເງິນຕາ​ຂອງ​ອາ​ເມ​ລິ​ກາຫຼື FED (​ເຟດ) ​ໄດ້​ປະກາດ​ບົດ​ລາຍ​ງານ​ສຳ​ຫຼວດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ເງິນ​ກູ້​ສິນ​ເຊື່ອ,ທະນາຄານ​ອາ​ເມ​ລິ​ກາ​ສືບ​ຕໍ່​ຍົກ​ມາດຕະຖານ​ປ່ອຍ​ເງິນ​ກູ້​ຕ່າງໆ​ເຊັ່ນ:​ເງິນ​ກູ້​ປະກັນເຮືອນ​ຢູ່ ​ເງິນ​ກູ້​ສິນ​ເຊື່ອ​ດ້ານ​ການ​ບໍລິ​​ໂພ​ກ​ແລະ​ເງິນ​ກູ້​ດ້ານການ​ຄ້າ.

ເດືອນ​ເມສາ, FED​ໄດ້​ສຳ​ຫຼວດທະນາຄານ​ພາຍ​ໃນ​ປະ​ເທດ 56 ​ແຫ່ງ​ແລະ​ສາ​ຂາ​ແລະ​ສຳນັກງານຂອງ​ທະນາຄານ​ທຶນ​ຕ່າງປະ​ເທດ​ຢູ່​ອາ​ເມ​ລິ​ກາ 21 ​ແຫ່ງ. ການ​ສຳ​ຫຼວດ​ເທື່ອ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,ທະນາຄານ​ທີ່​ຖືກ​ສຳ​ຫຼວດ​​ເກືອບ​ສາມ​ສ່ວນ​ສອງ​ກ່າວ​ວ່າ,​ໄດ້​ຍົກສູງ​ມາດ​ຕະຖານ​ປ່ອຍ​ເງິນ​ກູ້​ຂອງ​ເງິນ​ກູ້​ປະກັນເຮຶອນຢູ່ ດັ້ງ​ເດີມ​ຫຼື​ເງິນ​ກູ້​ທີ່​ມີ​ຄຸນ​ນະພາ​ບດີ,ທະນາຄານ 75%​ໄດ້​ຍົກມາດຕະຖານ​ປ່ອຍ​ເງິນ​ກູ້ປະກັນທີ່​ບໍ່​ແມ່ນດັ້ງ​ເດີມ​ໃຫ້​ສູ​ງຂຶ້ນ,ພຽງ​ແຕ່​ທະນາຄານ 9 ​ແຫ່ງຍັງ​ສືບ​ຕໍ່​ສະ ຫນອງ​ເງິນ​ກູ້​ປະກັນ​ເຮືອນ​ຢູ່ໃນ​ປະຈຸ​ບັນ,​ໃນ​ນັ້ນ 7 ​ແຫ່ງ​ໄດ້ກຳນົດ​ມາດຕະຖານ​ປ່ອຍ​ເງິນ​ກູ້​ຊະນິດ​ນີ້​ຢ່າງ​ເຄັ່ງ​ຄັດ.