ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-06 15:07:55    
ທ່ານ​ຫູ​ຈິນທ່າວ​ເດີນທາງ​ໄປ​ຮອດ​ໂຕກ​ຽວ​ເລີ່​ມຢ້ຽມຢາມຍີ່ປຸ່ນ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ

cri
ຕາມ​ຂ່າວCRI, ​ໂດຍ​ຕອບ​ສະໜອງ​​ຄຳ​ເຊີນ​ຂອງ​ລັດຖະ​ບານ​ຍີ່ປຸ່ນ, ວັນ​ທີ6​ພຶດ​ສະພາ​ນີ້, ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ໂຕກຽວ, ​ເລີ່ມ​ຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດ​ຖະກິດ​ເປັນ​ເວ​ລາ5​ວັນ. ທ່ານ​ຫູ​ຈີນ​ທ່າວຖື​ວ່າ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ.

ຫຼັງ​ຈາກ​ທ່ານ​ຫູ​ຈີນ​ທ່າ​ວ​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ຮາ​ເນ​ດາຂອງ​ຍີ່ປຸ່ນ​ແລ້ວ, ​ທ່ານໄດ້​ແຈກ​ຢາຍ​ຄຳ​ປາ​ໄສ​​ໃຫ້​ແກ່​ສື່​ມວນ​ຊົນ​ໂດຍ​ກ່າວ​ວ່າ, ຈີນ​ແລະ​ຍີ່ປຸ່ນ​ແມ່ນ​ປະ​ເທດ​ສຳ​ຄັນ​ຂອງອາຊີ​ກໍ​ຄື​ຂອງ​ໂລກ, ການ​ຂະ​ຫຍາຍ​ການ​ພົວພັນ​ມິດຕະ​ພາບ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ​ທີ່​ໝັ້ນ​ຄົງ​ຍາວ​ນານ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ແລະ​ປະຊາ​ຊົນ​ສອງ​ຊາດ. ປີ​ນີ້​ແມ່ນປີ​ເຊັນ​ສັນຍາ​ສັນຕິ​ພາບ​ມິດ​ຕະພາບ​ລະຫວ່າງ​ຈີນ​ກັບ​ຍີ່​ປູ່​ນຄົບ​ຮອບ​30ປີ, ການ​ພົວພັນ​ສອງ​ປະ​ເທດ​ພວມ​ພົບ​ກັບ​ໂອກາດ​ໃໝ່​ທີ່​ຂະຫຍາຍ​ຕົວ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ, ຫວັງ​ໃຫ້​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ມິດ​ຕະພາບ, ລົງ​ເລິກ​ການ​ຮ່ວມ​ມື​ກັນ, ວາງ​ແຜນ​ສຳລັບ​ອະນາຄົດ, ພ້ອມ​ກັນ​ສ້າງ​ສະ​ພາບ​ການ​ໃໝ່​ທີ່​ການ​ພົວພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຂະຫຍາຍ​ຕົວຢ່າງ​ຮອບດ້ານ.

ໃນ​ໄລຍະ​ຢ້ຽມຢາມ​ຍີ່ປຸ່ນ, ທ່ານ​ຫູ​ຈີນ​ທ່າວ​ຈະ​ເຂົ້າ​ພົບ​ເຈົ້າ​ຈັກກະພັດອາ​ຄີ​ຮີ​ໂຕ, ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຟູ​ຄູ​ດາ ຢາ​ຊີ​ໂອ ນາຍົກ​ລັດ​ຖະ​ມົນຕີ​ຍີ່ປຸ່ນ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ຍີ່ປຸ່ນ​ແລະ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມກັນ, ​ແລະ​ຈະ​ພົບ​ປະ​ສັງ​ສັນ​ກັບ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຍີ່ປຸ່ນ​ຢ່າງ​ກວ້າງ​ຂວາງ.