ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 17:34:16    
ສື່​ມວນ​ຊົນ​ຂອງສ.​ເກົາຫຼີ​ແລະ​ອິນ​ເດຍຕັ້ງໜ້າ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ລະດູ​ບານ​ໃໝ່​ທີ່​ອົບ​ອຸ່ນຂອງ​ທ່ານ​ຫູ​ຈີນ​ທ່າວ

cri

​ຕາມ​ຂ່າວcri:ວັນ​ທີ6 ພຶດສະພາ​ນີ້,ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​​ໄດ້ເລີ່ມຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດຖະກິດ,ໃນ​ລະດູບານ​ໃໝ່​ທີ່​ອົບ​ອຸ່ນ​ເປັນ​ເວລາ5ວັນ.ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ສ.​ເກົາຫຼີ​ແລະ​ອິນ​ເດຍ​ໄດ້ທະຍອຍ​ກັນ​ພິມ​ບົດ​ຄວາມ, ​ຕີ​ລາຄາ​ຢ່າງ​ຕັ້ງໜ້າຕໍ່​ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທ່າວ​ເທື່ອ​ນີ້.

ວັນ​ທີ6 ພຶດສະພາ​ນີ້,ໜັງສືພິມ​ຈູງ​ອາງ​ເດ​ລີ​ນິວສ໌ຂອງ​ສ.​ເກົາຫຼີພິມ​ບົດ​ຄວາມວ່າ,ການຢ້ຽມຢາມ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ການ​ພົວພັນ​ລະຫ​ວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ຂົງ​ເຂດ​ຕ່າງໆ​ຄື​ການ​ເມືອງ,​ເສດຖະກິດ​ເປັນຕົ້ນໃຫ້ກ້າວ​ສູ່ການ​ພົວພັນ​ຍຸດ​ທະ​ສາດ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ນຳ​ເອົາ​ການປ່ຽນ​ແປງມາ​ໃຫ້​ສະຖານະ​ພາບ​ການ​ທູດ​ຂອງ​ສອງ​ປະ​ເທດ​ຈີນ​ກັບ​ຍີ່ປຸ່ນຈົນ​ເຖິງອາຊີ​ຕາ​ເວັນ​ອອກສຽງ​ເໜືອ.

ໜັງສື​ພິມ​ເດ​ລີສະ​ເຕດມິນຂອງ​ອິນ​ເດຍທີ່​ພິມ​ຈຳໜ່າຍ​ໃນ​ວັນ​ທີ4 ພຶ​ດສະພາ​ນີ້​ເຫັນ​ວ່າ,​ ທ່ານ​ຫູ​ຈີນ​ທ່າວໄປ​ຢ້ຽມຢາມ​ຍີ່ປຸ່ນເປັນ​ເວລາ5ວັນເທື່ອ​ນີ້​ແມ່ນ​ຄວາມ​ພະຍາຍາມສຳຄັນ​ອີກ​ອັນ​ໜຶ່ງຂອງ​ສອງ​ຝ່າຍ​ຈີນ​ກັບ​ຍີ່ປຸ່ນ​​ເພື່ອ​ປົວ​ແປງ​​ແລະ​ຂະຫຍາຍຕົວ​ການ​ພົວພັນ​ລະ​ຫວ່າງສອງ​ປະ​ເທດ​ຕື່ມ​ອີກ.