ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 17:56:49    
ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່"ການ​ຢ້ຽມ​ຢາມ​ລະ​ດູ​ບານ​ໃໝ່​ທີ່​ອົບ​ອູ່ນ"

cri Author: mo
ຕາມ​ຂ່າວCRI: ວັນ​ທີ 6 ​ພຶດສະພາ​ນີ້, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເລີ່​ມຢ້ຽມຢາມຍີ່​ປຸ່ນທາງ​ລັດຖະກິດ, ​ຊຶ່ງ​ເປັນ​ການ​ຢ້ຽມ​ຢາມ​​ໃນລະດູບານ​ໃໝ່​ທີ່​ອົບ​ອຸ່ນ 5 ວັນ. ຫຼາຍມື້​ມາ​ນີ້, ສື່​ມວນ​ຊົນ​ຂອງ​ປະ​ເທດ​ຕ່າງໆ​​ເຊັ່ນ​ຍີ່​ປຸ່ນ​ເປັນ​ຕົ້ນ​ໄດ້​ທະ​ຍອຍ​ກັນ​ພິມ​ບົດ​ຄວາມ, ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຢ້ຽມຢາມ​​ໃນລະດູບານ​ໃໝ່​ທີ່​ອົບ​ອູ່ນ​ເທື່ອ​ນີ້.

ຕອນ​ທ່ຽງ​ວັນ​ທີ 6 ພຶດສະພາ​ນີ້, ​ໂທລະພາບ​ໂຕ​ກຽວ​ຍີ່​ປຸ່ນ​ໄດ້​ລາຍ​ງານຂ່າວ​​ການ​ຢ້ຽມຢາມ​ຍີ່​ປຸ່ນຂອງ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ເປັນ​ພິ​ເສດ. ຊຶ່ງ​ລາຍ​ງານ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນທ່າວ​ເທື່ອ​ນີ້​ມີ​ແຕ່​ຍີ່​ປຸ່ນປະ​ເທດ​ດຽວ, ​ແລະ​ເປັນ​ເວລາ 5 ວັນ, ນີ້​ແມ່ນ​ເລື່ອງ​ທີ່​ມີ​ໜ້ອຍ​ທີ່​ສຸດ​ໃນ​ປະຫວັດ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ຜູ້ນຳ​ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ: ຝ່າຍ​ຈີນ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປຸ່ນ.
ໜັງສືພິມ​ໂຢມິ​ຢູລີ​ຍີ່​ປຸ່ນວິຈານ​ວ່າ, ການ​ເຈລະຈາ​ສຸດ​ຍອດ​ຈີນ​ຍີ່​ປຸ່ນຈະ​ເພີ່ມທະວີ​ການພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ຕື່ມ​ອີກ.

ວັນ​ທີ 6 ພຶດສະພາ​ນີ້, ໜັງສືພິມ​ຈູນ​ການ​ເດ​ລີ​ນິວສ໌ຂອງ​ສ.​ເກົາຫລີພິມ​ບົດ​ຄວາມ​ຂຽນ​ວ່າ: ການ​ຢ້ຽມຢາມ​ຍີ່​ປຸ່ນຂອງ​ທ່ານ​​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ເທື່ອ​ນີ້​ຈະ​ກາຍ​ເປັນ​ໂອກາດ​ທີ່​ການ​ພົວພັນ​ຈີນ​ຍີ່​ປຸ່ນຕ້ອນຮັບ​ແສງຕາ​ເວັນທີ່​ສົດ​ໃສຂອງ​ລະດູບານ​ໃໝ່.