ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 18:02:52    
ທ່ານ​ຫູ​ຈິນ​ທ່າວ​ພົບ​ປະ​ກັບ​ເຈົ້າ​ຈັກ​ກະ​ພັດ​ອາ​ກີ​ຮິ​ໂຕ​ຍີ່​ປຸ່ນ

cri Author: mo

ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ 7 ພຶດສະພາ​ນີ້, ຢູ່ທີ່​ໂຕ​ກຽວ, ທ່ານ​ຫູ​ຈິ​ນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​​ເຈົ້າຈັກກະພັດ​ອາ​ກີ​ຮິ​ໂຕ​ຍີ່​ປຸ່ນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ການ​ຢ້ຽມຢາມ​ຈີນ​ຂອງ​ເຈົ້າຈັກກະພັດ​ອາ​ກີ​ຮີ​ໂຕ​​ໃນ​​ເມື່ອ​ກ່ອນໄດ້​ຮັບ​ຜົນສຳ​ເລັດ, ​ໄດ້​ຝາກ​ພາບ​ປະທັບ​ໃຈ​ອັນ​​ເລິກ​ເຊິ່ງ​ໃຫ້​ແກ່​ປະຊາຊົນ​ຈີນ. ທ່ານ​ກ່າວ​ວ່າ, ຈີນ​ກັບ​ຍີ່​ປຸ່ນລ້ວນ​ແຕ່​ມີ​ປະຫວັດ​ສາດອັນ​ຍາວ​ນານ, ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ປະຊາຊົນ​ທັງ​ສອງ​ປະ​ເທດ​ໄດ້​ມີ​ມູນ​ເຊື້ອມາ​ຢ່າງ​ຍາວ​ນານ. ຜ່ານ​ການ​​ໄປ​ມາ​ຫາ​ສູ່​ກັນ​ອັນ​ຍາວ​ນານນີ້, ປະຊາຊົນ​ສອງ​ປະ​ເທດ​ໄດ້​ຮໍ່າຮຽນ​​ເຊິ່ງກັນ​ແລະກັນ, ຖອດຖອນ​ບົດຮຽນ​ນຳ​ກັນ, ​ໄດ້​ຊຸກ​ຍູ້​ປ​ະ​ເທດ​ຂອງ​​ຕົນ​ຕ່າງ​ພັດທະນາ​ແລະ​ກ້າວໜ້າ. ທ່ານ​ຫູ​ຈິນທ່າວ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ເຈົ້າຈັກກະພັດ​ຍີ່​ປຸ່ນທີ່​ເອົາ​ໃຈ​ໃ​ສ່​ການຂະຫຍາຍ​ການ​ພົວພັນລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ. ທ່ານ​ກ່າວ​ເນັ້ນວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ໄດ້​ມີໂອກາດ​ໃໝ່​ແຫ່ງ​ການ​ພັດທະນາ​ຕື່ມ​ອີກ, ຝ່າຍ​ຈີນ​ຫວັງ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ກັບ​ຝ່າຍ​ຍີ່​ປຸ່ນ, ສ້າງ​ສະພາບ​ການ​ໃໝ່ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ດີ​ແລະ​ຍຸດ​ທະ​ສາດ​ຈີນ​ຍີ່​ປຸ່ນ.

ເຈົ້າຈັກກະພັດ​ອາ​ກີ​ຮີ​ໂຕຍິນ​ດີ​ຕ້ອນຮັບ​ທ່ານ​ຫູ​ຈີນ​ທ່າວ​​ໄປຢ້ຽມຢາມ​ຍີ່​ປຸ່ນທາງ​ລັດຖະກິດ​ເທື່ອ​ນີ້. ພະ​ອົງ​ກ່າວ​ວ່າ, ຍີ່​ປຸ່ນຈີນ​ມີ​ໄມຕີ​ຈິດ​ແລະ​ໄປມາຫາ​ສູ່​ກັນຢ່າງ​ຍານ​ນານ, ຍີ່​ປຸ່ນ​ໄດ້ສົ່ງ​ທູດ​ໄປ​ຈີນ​ໃນ​ສະ​ໄໝລາຊະວົງ​ຖາງ​ແລະ​ອື່ນໆ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ແລກ​ປ່ຽນ​ສາຍ​ພົວພັນ​ມິດຕະ​ພາບ​ລະຫວ່າງ​ສອງ​ຊາດ. ພະ​ອົງ​ໄດ້ອວຍ​ພອນ​ໃຫ້ການ​ພົວພັນ​ຍີ່​ປຸ່ນຈີນ​ຈົ່ງ​ມີ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ.