ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 18:17:28    
ເຈົ້າໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​​ເທດ​ອາ​ເມ​ລິ​ກາ​ຈະ​ໄປ​ຢາມ​ສປປ​ເກົາ​ຫລີ​ອີກ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ພຶດສະພາ​ນີ້, ທ່ານ​​ເມັກໂຄ​​ມາກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານກິມ​ຊູນ ຫົວໜ້າ​ພະ​ແນ​ກສ.​ເກົາຫລີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈະ​ໄປຢ້ຽມ​ຢາມ​ສປປ​ເກົາຫລີ​ອີກ​ໃນ​ວັນ​ທີ 8 ພຶດສະພາ​ນີ້, ​ເພື່ອ​ຫາລື​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫລີ​ກັບ​ຝ່າຍ​ສປປ​ເກົາຫລີ.

ວັນ​ທີ 22 ​ເມສາ​ນີ້, ທ່ານ​ກິມຊຸນ​ເຄີຍ​ນຳພາ​ໜ່ວຍ​ງານ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ໄປ​ຢາມ​ສປປ​ເກົາຫລີ, ຢູ່​ທີ່​ພຽງ​ຢາງ, ​ໄດ້​​ເຈລະຈາ​ກັບ​ທ່ານ​ກິມ​ເກ​ກວນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫົວໜ້າ​ຄະນະ​ຜູ້​ແທນ​ສປປ​ເກົາຫລີ​ກ່ຽວ​ກັບ​ການ​ເຈລະຈາ 6 ຝ່າຍ​. ກ່ອນ​ໜ້າ​ນີ້, ທ່ານ​ຮີ​ວ ຜູ້​ຊ່ອຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອ​າ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ກ່ຽວ​ກັບການ​ເຈລະຈາ 6 ຝ່າຍ​ຂອງ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ໄດ້​ຈັດການ​ພົບ​ປະ​ກັບ​ທ່ານ​ກິມ​ເກ​ກວນ​ຢູ່​ເຊີ​ແນວ​ໃນ​ວັນ​ທີ 13 ມີນາ​ແລະ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 8 ​ເມສາ​ນີ້. ອີງຕາມ​ເອກະສານ​ຮ່ວມທີ່​ຊື່ວ່າ"ການ​ເຄື່ອນ​ໄຫວ​ໄລຍະ​ທີ​ສອງ​ຂອງ​ການປະຕິບັດ​ຖະ​ແຫຼງການ​ຮ່ວມ"ຊຶ່ງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ປະກາດ​ໃນ​​ເດືອນ​ຕຸລາ​ປີ 2007ນັ້ນ, ສປປ​ເກົາຫລີ​ຄວນ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ 3 ​ແຫ່ງ​ຢູ່​ເຂດ​ຢົງ​ປຽນ​ບໍ່​ສາມາດ​ຜະລິດ​ນິວ​ເຄຼຍ​ໄດ້​ອີກ​ກ່ອນ​ທ້າຍ​ປີ​ກາຍ​ນີ້, ​ແລະ​ລາຍ​ງານ​ແຜນການ​ນິວ​ເຄຼຍທັງໝົດ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ​ແລະ​ຖືກຕ້ອງ. ຍ້ອນ​ສປປ​ເກົາຫລີ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ທີ່ຂັດກັນ​ໃນ​ບັນຫາ​ລາຍ​ງານ​ແຜນການ​ນິວ​ເຄຼຍ, ຈຶ່ງ​ເຮັດ​ໃຫ້​ເອກະສານ​ດັ່ງກ່າວ​ບໍ່​ສາມາດ​ປະຕິບັດ​ຢ່າງຮອບດ້ານ​ຕາມ​ເວລາ​ກຳນົດ​ໄດ້.