ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 11:05:05    
ອາ​ຊຽນຄັດຄ້ານ​ເອົາ​ບັນຫາ​ຕິ​ເບ​ດພົວພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

cri

ຕາມ​ຂ່າວCRI: ວັນ​ທີ 7 ພຶດສະພາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ສີ​ງກະ​ໂປ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ອອກ​ຖະ​ແຫຼ​ງການ​ວ່າ, ອາ​ຊຽນຄັດ ຄ້ານ​ເອົາ​ບັນຫາ​ຕິ​ເບ​ດພົວພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຮັດ​ໃຫ້​ງານ​ກິລາ​ຫັນ​ເປັນ​ການ​ເມືອງ.

ຖະ​ແຫຼ​ງການ​ຂຽນ​ວ່າ, ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ຮັບ​ຟັງຄຳ​ອະທິບາຍ​ຫຍໍ້​ຂອງ​ທ່ານ​ເຫີ​ຢາ​ເຟ ຜູ້​ຊ່ອຍລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່ຽວ​ກັບ​ບັນຫາ​ຕິ​ເບ​ດ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ+3. ປະ​ເທດ​ສະມາຊິກ​ອາ​ຊຽນຕ່າງໆ​ຊົມ​ເຊີຍ​ຕໍ່​ສະຖານະ​ການ​ໃນ​ເຂດ​ຕິ​ເບ​ດຟື້ນ​ຟູ​​ເປັນປົກກະຕິ​ແລະ​ລັດຖະບານ​ຈີນ​ຕິດ​ຕໍ່​ກັບ​ຜູ້ຕາງໜ້າ​ຂອງ​ດາ​ໄລລາ​ມະ, ​ເຫັນ​ວ່າການ​ກະທຳ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ສະຖຽນ​ລະ​ພາບ​. ຖະ​ແຫຼ​ງການ​ກ່າ​ວ່າ, ປະ​ເທດ​ອາ​ຊຽນຕ່າງໆ​ເຊື່ອ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.