ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 16:47:13    
ຜູ່​ຕາງໜ້າ​ກອງທັ​ບຈີນ​ຮຽກຮ້ອງ​​ໃຫ້ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນເຂດ​ອາຊີ​ປາຊີ​ຟິກ​ເພື່ອຊຸກຍູ້​ຄວາມ​ໝັ້ນຄົງ​ຮ່ວມກັນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8 ພຶດສະພາ​ນີ້,​ໃນ​ເວລາ​ເຂົ້າ​ຮ່ວມ​​ເວທີ​ປຶກສາ​ລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນຫຼືARFຢູ່​ສິງກະ​ໂປ,ພົນ​ຕີ​ເຊິນສຽວ​ກົ່ງ ຜູ່​ຊ່ວຍ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນກ່າວ​ວ່າ,ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນອາຊີ​ປາຊີ​ຟິກບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນຕົນທໍ່​ນັ້ນ,ຍັງ​ກ່ຽວ​ພັນ​ເຖິງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກນຳ​ອີກ,ລັດຖະບານ​ແລະ​ພາກສ່ວນ​ການປ້ອງ​ກັນຂອງ​ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ,ຮັບ​ມື​ກັບການ​ທ້າ​ທາຍ,ຊຸກຍູ້​​ໃຫ້​ມີຄວາມ​ໝັ້ນຄົງ​ຮ່ວມກັນ.

ທ່ານ​ເຊິ​ນສຽວ​ກົ່ງກ່າວ​ວ່າ,ປັດຈຸບັນ,ສະຖານະ​ການ​​ເຂດ​ອາຊີ​ປາຊີ​ຟິກ​ແມ່ນ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ,ສັນຕິພາບ,ການພັດທະນາ​ແລະ​ຮ່ວມ​ມືກັນ​ແມ່ນທ່າ​ອ່ຽງທີ່​ຄວນ​ເປັນ​ໄປ.​ໃນ​ຂະນະ​ດຽວ​ກັນ,​ພາກ​ພື້ນອາຊີ​ປາຊີ​ຟິກຍັງ​ປະ​ເຊີນ​ໜ້າ​ກັບບັນຫາ​ຄວາມ​ໝັ້ນຄົງ​​ແບບດັ້ງ​ເດີມແລະບໍ່​​ແມ່ນ​ແບບ​ດັ້ງ​ເດີມ.ທ່ານ​ເຊິ​ນສຽວ​ກົ່ງ​ຍັງ​ສະ​ເໜີຂໍ້​ສະ​ເໜີ4ຂໍ້​ກ່ຽວ​ກັບ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຄວາມ​ໝັ້ນຄົງ​ພາກ​ພື້ນ;ອັນທີ​ໜຶ່ງ,​ແມ່ນ​ສ້າງ​ທັດສະນະການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​​ໄຂ​ປະຕູ​ແລະ​ເຮັດ​ວຽກຮ່ວມ​ກັນ;ອັນທີ​ສອງ​ແມ່ນເສີມ​ຂະຫຍາຍ​ບົດບາດ​ທີ່​ຄວນ​ມີ​ຂອງ​ARF;ອັນທີ​ສາມ,​​ແມ່ນເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຄວາມ​ໝັ້ນຄົງ​ບໍ່​​ແມ່ນ​ແບບ​ດັ້ງ​ເດີມ​ກ້າວ​ສູ່​ລວງ​ເລິກ;ອັນທີ່​ສີ່,ຊຸກຍູ້​ການ​ສ້າງກົນ​ໄກ​ຄວາມ​ໝັ້ນຄົງ​​ໃນພາກ​ພື້ນ.