ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-08 20:06:36    
ການສະ​ແດງ​ຂອງຄະນະ​ດົນຕີ​ໄອ້​ເຢ້ຈີນຢູ່​ວາ​ຕີ​ກັງ​ໄດ້​ຮັບ​ຜົນສຳ​ເລັດ

cri Author: d
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ7ພຶດສະພາ​ນີ້ ຄະນະ​ດົນຕີ​ໄອ້​ເຢ້ຈີນ​ແລະ​ຄະນະ​ຮ້ອງປະສານ​ສຽງ​ຂອງ​ໂຮງ​ລະຄອນ​ຊຽງ​ໄຮ້​ຮ່ວມ​ກັນ​ສະ​ແດງ​ຢູ່​ຫໍ​ດົນ​ຕີພາວທີ6ວາ​ຕີ​ກັງ.ການສະ​ແດ​ງ​ຄັ້ງທຳ​ອິດ​ຢູ່​ວາ​ຕີ​ກັງ​ຂອງ​ຄະນະ​ດົນຕີ​ຈີນໄດ້​ຮັບ​ຜົນສຳ​ເລັດ​ສູງ.

​ໃນ​ເວລາ​ກ່າວ​​ໃນຕອນພັກ​ສະ​ແດງ ພະ​ເບ​ນີດິ​ກທີ 16 ສັນຕະປາປາ​ໂລມັນ​ທີ່​ເຂົ້າຮ່ວມ​ງານ​ດົນຕີກ່າວ​ວ່າ,ງານ​ດົນຕີ​ເທື່ອ​ນີ້​ເຮັດ​ໃຫ້​ປະຊາຊົນ​ຮູ້​ປະ​ຫວັດ​ສາດ ຄຸນຄ່າ​ແລະອຸດົມ​ການທີ່​ສູງ​ສົ່ງ​ຂອງ​ຊົນ​ຊາດ​ຈີນ​ຕື່ມ​ອີກ.ດົນຕີ​ກາຍ​ເປັນ​ເວ​ທີໃຫ້​ຊົນ​ເຜົ່າ​​ແລະ​ວັດທະນະທຳ​ຕ່າງ​ກັນ​ໄດ້​ສຳຜັດ​ກັນ​ແລະ​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ຄະນະ​ດົນຕີ​​ໄອ້​ເຢ້ຈີນ​ແລະ​ຄະນະ​ຮ້ອງ​ປະສານ​ສຽງ​ໂຮງ​ລະຄອນ​ຊຽງ​ໄຮ້​ໄດ້​ຮ້ອງ​ເພງຣີຈຽມຂອງ​ທ່ານ​ໂມ​ຈັດ​ແລະ​ເພງ​ດອກ​ຊ້ອນ ​ເພງ​ພື້ນ​ເມືອງ​ຈີນ.