ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-09 10:34:55    
ທ່ານ​ເມັດ​ເວ​ເດັຟ​ເຊັນ​ດຳລັດ​ປະທາ​ນາທິ​ບໍດີ​​ແຕ່ງ​ຕັ້ງທ່າ​ນປູ​ຕີນ​ເປັນ​ນາຍົກ​ລັດຖະ​ມົນຕີ

cri Author: cai
 ຕາມ​ຂ່າວCRI:ວັນ​ທີ 8 ພຶດສະພາ​ນີ້,ກົມການຂ່າວ​ປະທາ​ນາ​ທິບໍດີ​ຣັດ​ເຊຍຖະ​ແຫຼ​ງວ່າ,ທ່ານ​ດີມິຕຣີ ​ເມັດ​ເວ​ເດັຟ ປະທາ​ນາ​ທິບໍດີຣັດ​ເຊຍ​ໄດ້​ເຊັນດຳລັດ,​ແຕ່ງ​ຕັ້ງທ່າ​ນວຸລາ​ດີ​ເມຍ ປູ​ຕີນ​ເປັນ​ນາຍົກລັດຖະມົນຕີ​ລັດຖະບານ​ຊຸດ​ໃໝ່.

ວັນ​ທີ 8 ພຶດສະພາ​ນີ້,​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ວິສາມັນ​ຂອງສະ​ພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ,ສະພາ​ດູ​ມາ​ໄດ້​ອະນຸມັດ​ການສະ​ເໜີ​ຊື່​ຂອງ​ທ່ານ​ເມັດ​ເວ​​ເດັຟທີ່​ໃຫ້​ທ່ານ​ປູ​ຕີນ​ເປັນ​ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ຊຸດ​ໃໝ່.ນີ້​ແມ່ນ​ທ່ານ​ປູ​ຕີນ​ເປັນ​ນາຍົກ​ລັດຖະ​ມົນຕີ​ເທື່ອ​ທີ​ສອງ​ແລ້ວ,ທ່ານ​ຈະ​ຍື່ນລາຍ​ຊື່​ສະມາຊິກ​ລັດຖະບານ​ໃຫ້​ປະທານາທິບໍດີ​ພາຍ​ໃນ 1 ອາທິດ.

ວັນ​ທີ 8 ພຶດສະ​ພາ​ນີ້,ທ່ານ​ເວີ່ນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ອວຍ​ພອນ​ໄປ​ຍັງ​ທ່ານ​ປູ​ຕີນ,​​ແລະ​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ແລະ​ການ​ປະກອບ​ສ່ວນ​ຂອງ​ທ່ານ​ປູ​ຕີນ​ທີ່​ມີ​ຕໍ່​ການ​ຊຸກຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະ​ຫຍາຍ​ຕົວ.ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ,ຍິນ​ດີ​ພ້ອມ​ກັນກັບ​ທ່ານ​ປູ​ຕີນ​,ທຳ​ຄວາ​ມພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ເປີດກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນຣັດ​ເຊຍໃນ​ຂົງ​ເຂດ​ຕ່າງໆ,ປັບປຸງ​ພື້ນ​ຖານ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຍົກ​ສູງ​ລະດັບ​ຂອງ​ການ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນຣັດ​ເຊຍ​ຕື່ມ​ອີກ.