ຕາມຂ່າວCRI: ວັນທີ 8 ພຶດສະພານີ້ຢູ່ທີ່ໂຕກຽວ, ທ່ານຫູຈີນທ່າວ ປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງຮັບຕ້ອນຂອງ 7 ອົງການມິດຕະພາບຍີ່ປຸ່ນຈີນແລະ 4 ອົງການຊາວຈີນທີ່ອາໄສຢູ່ຍີ່ປຸ່ນ. ທ່ານຊີ້ອອກວ່າ, ພື້ນຖານຂອງມິດຕະພາບຈີນຍີ່ປຸ່ນແມ່ນຂຶ້ນກັບປະຊາຊົນສອງຊາດ, ການພັດທະນາ ມິດຕະພາບຈີນຍີ່ປຸ່ນຕ້ອງອາໄສປະຊາຊົນສອງຊາດ.
ທ່ານກ່າວວ່າ, ຈີນຍີ່ປຸ່ນມີໄມຕີຈິດມິດຕະພາບຕໍ່ກັນມັນແມ່ນມູນເຊື້ອປະຫວັດສາດ, ແລະກໍແມ່ນກະແສຟອງຂອງຍຸກສະໄໝ, ຢູ່ຮ່ວມກັນໂດຍສັນຕິ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນແລະພັດທະນາຮ່ວມກັນຄວນກາຍເປັນເປົ້າໝາຍສູງສົ່ງທີ່ສອງຝ່າຍຮ່ວມກັນສະແຫວງຫາ.
|