ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-09 15:57:28    
ສື່​ມວນ​ຊົນປະ​ເທດ​ຕ່າງໆ​ສົນ​ໃຈ​ນຳ​ທວນ​ໄຟ​ງານ​ກິ​ລາ​ໂອ​ລິ​ມປິກ​ຂຶ້ນ​ຈອມ​ພູ​ຈູງ​ມູ​ລາງ​ມາ

cri Author: d
ຕາມ​ຂ່າວCRI: ວັນ​ທີ8ພຶດສະພາ​ນີ້ ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ໄດ້​ສົ່ງ​ຕໍ່​ຮອດ​ຈອມ​ພູ​ຈູງ​ມູລາງ​ມາຢ່າງ​ສຳ​ເລັດ​ຜົນ,​ແມ່ນ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂຶ້ນ​ ​ຮອດ​ຈອມ​ພູ​ສູງ​ສຸດ​ໃນ​ໂລກ​​ເຊິ່ງ​ສູງ​ກວ່າລະດັບ​ໜ້ານ້ຳທະ​ເລ8844​ແມັດ43ຊັງ​ຕິ​ແມັດ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ.ມື້​ດຽວ​ກັນ ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ​ພາກັນ​ລາຍ​ງານ​ຂ່າວ​ເລື່ອງ​ນີ້.

ບົດ​ຄວາມ​ເທີງ​ເວັບ​ໄຊ​ຂອງໜັງສືພິມອິນ​ເດຍ​ແທັມ​ສ໌ຂຽນ​ວ່າ,ທວນ​ໄຟ​ຂຶ້ນ​ຮອດ​ຈອມ​ພູ​ເທື່ອ​ນີ້​ແມ່ນຈຸດ​ພົ້ນ​ເດັ່ນ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ສ່ອງ​ແສງ​ໃຫ້​ເຫັນວ່າ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ່​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ບົດ​ຄວາມ​ເທີ​ງເວັບ​ໄຊ​ຂ່າວ​ອາຊີ​ຂອງ​ສິງກະ​ໂປຂຽນ​ວ່າ,ພາຍຫຼັງຜ່ານ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ເປັນ​ເວລາ​ຍາວ​ນານ​ແລ້ວກໍ່​ມາ​ຮອດ​ເວລາ​ທີ່​ເປັນ​ຈຸດ​ເດັ່ນ.​ເວັບ​ໄຊ​ຂອງ​ໜັງສືພິມ​ລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ລາຍງານ​ວ່າ,ການ​ສົ່ງ​ຕໍ່​​ໄຟສັກສິດ​ໂອ​ລິ​ມປິກ​ເທື່ອ​ນີ້,​ໄດ້​ສ່ອງ​ແສງ​ຢ່າງ​ເຕັມທີ່​ໃຫ້​ເຫັນ​ຄວາມ​ໝາຍ​ກ່ຽວ​ກັບ​ໂອ​ລິ​ມປິກ​ສີຂຽວ ໂອ​ລິ​ມປິກ​ວິທະຍາສາດ​ເຕັກນິກ​ແລະ​ໂອລິ​ມປິກວັດທະນະທຳ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຂ່າວສານ​ຕາສຣັດ​ເຊຍ​ໄດ້​ລາຍ​ງານສະພາບການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ເທີ​ງຈອມ​ພູ​ຈູງ​ມູລາງ​ມາ​ວ່າ,​ໄຟ​ສັກສິດ​ຂຶ້ນ​ຮອດຈອມ​​ພູ​ຈູງ​ມູລາງ​ມາແມ່ນ​​ເຫດການ​ທີ່​ໜ້າ​ພາກພູມ​ໃຈ​ໃນ​ການ​ສົ່ງ​ຕໍ່​​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

​ເວັບ​ໄຊ​ຮອບ​ໂລກ​ຂອງ​ແບຼຊິນ​ກ່າວ​ວ່າ,ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ເທີ​ງຈອມ​ພູ​ຈູງ​ມູລາງ​ມາແມ່ນ​ກາ​ລະ​ເວລາຄັ້ງປະ​ຫວັດ​ສາດ.

​ໃນມື້​ດຽວ​ກັນ ສື່​ມວນ​ຊົນ​ສຳຄັນຂອງ​ອົສຕຼາລີ ພ້ອມ​ກັບ​ໂທລະພາບຊ່ອງ1ຂອງ​ເຢຍລະ​ມັນARD​ ​ໂທລະພາບ​ຢູຣົສ​ໂບດ​ເປັນຕົ້ນ ກໍ່​ໄດ້​ລາຍ​ງານ​ຂ່າວ​ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ເທີງຈອມ​​ພູ​ຈູງ​ມູລາງ​ມາ​ຢ່າງ​ທັນ​ການ.