ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-10 19:33:03    
ຈີນເຂົ້າ​ຮ່ວມກ​ອງປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສລະຫວ່າງ​ອາຊຽນກັບ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​

cri

ຕາມ​ຂ່າວສານ​ຊິນ​ຮວາ:ນັບ​ແຕ່ວັນ​ທີ7 ຮອດວັນ​ທີ9 ພຶດສະພາ​ປີ​ນີ້,ທ່ານ​ເຮີ​ຢ້າ​ເຝິ່ຍ ຜູ່​ຊ່ອຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ນຳ​ພາຄະ​ນະ​ຜູ່​ແທນເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ລະຫວ່າງ​ອາຊ​ຽນກັບ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີ(10+3),ການ​ຫາລື​ພິ​ເສດ​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ.

ໃນ​ກອງ​ປະ​ຂຸມ,ທ່ານ​ເຮີ​ຢ້າ​ເຝິ່ຍ​ໄດ້ບັນ​ລະ​ຍາຍ​ຄວາມ​ເຫັນ​ຂອງ​ຈີນ​ທີ່​ມີຕໍ່​ສະຖານະ​ການ​ພາກ​ພື້ນ​ແລະ​ສາກົນ​ພ້ອມ​ດ້ວຍ​ທ່າ​ທີຕໍ່​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​.ທ່ານ​ຊີ້​ອອກ​ວ່າ,ກົນ​ໄກ​ຮ່ວມ​ມື​ຄື10+3,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ເວທີ​ປາ​ໄສ​ພາກ​ພື້ນ​ອາຊ​ຽນ​​ໄດ້​ຮັກສາ​ທ່າອຽງ​ພັດທະນາ​ອັນ​ດີງາມ,​ໂດຍ​ຜ່ານ​ການ​ສົນທະນາ​ແລະການ​ຮ່ວມ​ມື,ບັນດາ​ປະ​ເທດ​ໄດ້​ເພີ່ມຄວາມ​ເຂົ້າ​ໃຈແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,​ໄດ້​ເຮັດ​ໃຫ້ການ​ຕິດ​ຕໍ່​ພົວພັນ​​ທາງເສດຖະກິດ​ການ​ຄ້າ​​ໃກ້ຊິດກວ່າ​ເກົ່າ​ແລະ​ໄດ້,ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.ຝ່າຍ​ຈີນ​ມີທ່າ​ທີ​ວ່າ​ການ​ຮ່ວມ​ມື​ພາກ​ພື້ນ​ຄວນ​ຍຶດໝັ້ນ​ທັດສະນະ​ຄະຕິ​ທີ່ໂຄລົບ​ເຊິ່ງກັນ​ແລະ​ກັນ,ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ໄຂ​ປະຕູ​​ແລະພັດທະນາ​ຮ່ວມ​ກັນ​,​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ໃຜລາວ,​ເຮັດ​ໃຫ້ສີສັນ​ພິ​ເສດ​ຂອງ​ໃຜລາວ​ພົ້ນ​ເດັ່ນ​ຂຶ້ນ, ຊຸກຍູ້​ເຊິ່ງກັນ​ແລະ​ກັນ.