|
 |
(GMT+08:00)
2008-05-11 18:44:31
|
 |
ສື່ມວນຊົນຕ່າງປະເທດສົນໃຈນຳການຢ້ຽມຢາມຍີ່ປຸ່ນຂອງທ່ານຫູຈິນທາວ
cri
ຕາມຂ່າວCRI,ວັນທີ10ພຶດສະພານີ້,ທ່ານຫູຈິນທາວປະທານປະເທດຈີນໄດ້ສິ້ນສຸດການຢ້ຽມຢາມຍີ່ປຸ່ນທາງລັດຖະກິດ,ຫວ່າງມໍ່ໆນີ້,ສື່ມວນຊົນຕ່າງປະເທດໄດ້ໃຫ້ຄວາມເອົາໃຈໃສ່ນຳໃນລະດັບສູງຕໍ່ການຢ້ຽມຢາມເທື່ອນີ້.
ໜັງສືພິມອາຊາຮິຊິນບູນຂອງຍີ່ປຸ່ນສະບັບວັນທີ11ພຶດສະພານີ້ໄດ້ພິມບົດວິຈານວ່າຈາກການຢ້ຽມຢາມເທື່ອນີ້ສາມາດເຫັນໄດ້ວ່າທ່ານປະທານຫູຈິນທາວຈະສືບຕໍ່ສ້າງການພົວພັນຄູ່ຮ່ວມມືກັບຍີ່ປຸ່ນ.
ພ້ອມກັນນັ້ນ,ສື່ມວນຊົນ ຕາເວັນຕົກເຊັ່ນບໍລິສັດBBCອັງກິດເອີ້ນຖະແຫຼງການຮ່ວມລະຫວ່າງຈີນກັບຍີ່ປຸ່ນກ່ຽວກັບການຊຸກຍູ້ການພົວພັນຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານທີ່ຈີນກັບຍີ່ປຸ່ນເຊັນກັນນັ້ນເປັນຖະແຫຼງການທີ່ມີລັກສະນະຫຼັກໝາຍທາງ.ເຫັນວ່ານີ້ແມ່ນຈຸດເລີ່ມໃໝ່ຂອງການພົວພັນລະຫວ່າງສອງປະເທດ.
ບໍລິສັດວິທະຍຸກະຈາຍສຽງອົສຕຼາລີຫຼືABCເຫັນວ່າສອງອົງກອນເສດຖະກິດທີ່ໃຫຍ່ກວ່າໝູ່ໃນອາຊີຄືຈີນແລະຍີ່ປຸ່ນພວມປັບປຸງການພົວພັນສອງຝ່າຍໃຫ້ດີຂຶ້ນຕື່ມອີກ.
|
|
|