|
 |
(GMT+08:00)
2008-05-14 12:17:33
|
 |
ປະຊາຄົມໂລກສືບຕໍ່ສະແດງຄວາມເຫັນໃຈຕໍ່ຈີນກ່ຽວກັບແຜ່ນດິນໄຫວ
cri
ຕາມຂ່າວCRI,ວັນທີ13ພຶດສະພານີ້,ລັດຖະບານແລະຜູ່ນຳຂອງຕ່າງປະເທດແລະອົງການຈັດຕັ້ງສາກົນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງທ່ານຫູຈິນທາວ ປະທານປະເທດຈີນແລະທ່ານເວິ່ນເຈ່ຍປາວນາຍົກລັດຖະມົນຕີຈີນຫຼືອອກຖະແຫຼງການເພື່ອສະແດງຄວາມເຫັນໃຈຕໍ່ເມືອງເວິ້ນຊວນແຂວງເຊສວນຈີນເກີດແຜ່ນດິນໄຫວຢ່າງຮ້າຍແຮງ,ສະໜັບສະໜູນລັດຖະບານແລະປະຊາຊົນຈີນທຳຄວາມພະຍາຍາມຢ່າງລຳບາກເພື່ອຕ້ານໄພແລະກູ້ໄພ.
ທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ທ່ານບົວສອນບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ສະແດງຄວາມເຫັນໃຈແລະຄວາມຢື້ຢາມຖາມຂາວຢ່າງຈິງໃຈແລະເລິກເຊິ່ງຕໍ່ພັກກອມມູນິດຈີນ ລັດຖະບານແລະປະຊາຊົນຈີນ.
ທ່ານກິມເຈິ່ງອິນ ເລຂາທິການໃຫຍ່ພັກແຮງງານ ປະທານຄະນະກຳມະການປ້ອງກັນປະເທດສປປເກົາຫຼີໄດ້ສະແດງຄວາມເຫັນໃຈແລະຄວາມຢື້ຢາມຖາມຂ່າວຢ່າງຈິງໃຈແລະເລິກເຊິ່ງຕໍ່ລັດຖະບານຈີນແລະປະຊາຊົນເຂດປະສົບໄພຂອງຈີນ,ຫວັງວ່າ,ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ປະຊາຊົນຈີນຈະຜ່ານຜ່າຜົນກະທົບຈາກໄພພິບັດໂດຍໄວ.
ທ່ານໜົງເດິກແໝ້ງ ເລຂາທິການໃຫຍ່ພັກກອມມູນດິນຫວຽດນາມ,ທ່ານຫງວຽນມິງເຈັດ ປະທານປະເທດຫວຽດນາມ ທ່ານຫງວຽນຕານຢຸງ ນາຍົກລັດຖະມົນຕີຫວຽດນາມ ທ່ານຫງວຽນຟູຕົງ ປະທານສະພາແຫ່ງຊາດຫວຽດນາມໄດ້ຮ່ວມກັນສະແດງຄວາມຢື້ຢາມຖາມຂ່າວແລະຄວາມເຫັນໃຈຢ່າງເລິກເຊິ່ງແລະຈິງໃຈຕໍ່ລັດຖະບານແລະປະຊາຊົນຈີນ,ເຊື່ອວ່າ,ພາຍໃຕ້ການນຳພາຂອງພັກກອມມູນິດຈີນແລະລັດຖະບານຈີນ,ປະຊາຊົນເຂດປະສົບໄພຈະຜ່ານຜ່າຄວາມຫຍຸ້ງຍາກຈາກໄພແຜ່ນດິນໄຫວໂດຍໄວ,ເຮັດໃຫ້ການຜະລິດແລະຊີວິດການເປັນຢູ່ຟື້ນຟູຄວາມເປັນປົກກະຕິຄືນໃໝ່.
ນອກນີ້,ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປ ສົມເດັດນະໂລດົມ ສີຫະໂມນີ ເຈົ້າຊີວິດກຳປູເຈຍ ສົມເດັດນະໂລດົມ ສີຫະນຸເຊິ່ງເປັນພະບິດາຂອງກະສັດກຳປູເຈຍ,ທ່ານໂຮສທ໌ໂຄເລີ ປະທານາທິບໍດີເຢຍລະມັນ ທ່ານນິໂຄລັສ ຊາໂຄຊີ ປະທານາທິບໍດີຝະຣັ່ງ ທ່ານເຄວິນ ລຸດ ນາຍົກລັດຖະມົນແລະທ່ານສະເຕເຟີນ ສມີສລັດຖະມົນຕີວ່າການກະຊວງການຕ່າງປະເທດອົສຕຼາລີກໍ່ໄດ້ສະແດງຄວາມເຫັນໃຈຕໍ່ປະຊາຊົນຈີນ.
|
|
|