ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 20:47:53    
ການ​ພົບ​ປະ​ກັນ​ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດຈີນ​ກັບຣັດ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14 ພຶ​ດສ​ະພາ​ນີ້,ຢູ່​ເມືອງ​ເຢຄາ​​ເຕຣິນ​ເບີກ​ຂອງຣັດ​ເຊຍ,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະທ່ານ​ລາ​ຟ​ໂລ​ຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັ​ດ​ເຊຍ.

ທ່ານ​ຢາງ​​ເຈຍ​ຊີ​ກ່າວ​ວ່າ,ພາຍ​ຫຼັງ​ເມືອງ​ເວິ້ນຊ່ວນ ​ແຂວງ​ເຊ​ສວນຈີນ​ເກີດ​ແຜ່ນດິນ​ໄຫວ​ອັນ​ຮຸນ​ແຮງ​ໃນ​ວັນ​ທີ12 ພຶ​ດສະພາ​ນີ້​ແລ້ວ,ທ່ານ​ດີມີ​ຕຼີ ​ເມດ​ເວ​ເດ​ຟ ປະທານາທິບໍດີຣັດ​ເຊຍ​ແລະ​ທ່ານ​ປູ​ຕິນ ນາຍົກລັດຖະມົນຕີຣັ​ດ​ເຊຍ​ໄດ້​ສະ​ແດງ​ຄວາມ​ຖາມ​ຂ່າວ​ນຳ​ຝ່າຍ​ຈີນ​ແລະກ່າວ​ວ່າຍິນ​ດີ​ສະໜອງ​ການ​ຊ່ອຍ​ເຫຼືອ​ໃນ​ທັນທີ,ປັດຈຸບັນ,ວັດຖຸ​ກູ້​​ໄພງວດ​ທຳ​ອິດ​ຂອງ​ຣັ​ດ​ເຊຍ​ໄດ້​​ສົ່ງໄປ​ຮອດ​ຈີນ​ແລ້ວ,ຈີນ​ຂໍຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ.ທ່ານ​ຢາງ​ເຈຍ​ຊີ​ຍັງ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບຣັດ​ເຊຍ.

ທ່ານ​ລາ​ຟ​ໂລ​ຟຕາງໜ້າ​ລັດຖະບານ​ຣັດ​ເຊຍ​ຖາມ​ຂ່າວ​ຢ່າງ​ເລິກ​ເຊິ່ງຕໍ່​ຈີນ​ທີ່​ໄດ້ປະສົບ​ໄພ​ແຜ່ນດິນ​ໄຫວ.ທ່ານ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັບ​ຝ່າຍ​ຈີນ​ຕື່ມ​ອີກ,ຍົກ​ສູງ​ລະດັບການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ບໍ່​ຢຸດ​ຢັ້ງ.