|
![](/images/spacer.gif) |
(GMT+08:00)
2008-05-16 15:27:04
|
![](/images/shim.gif) |
ປະຊາຄົມໂລກສືບຕໍ່ສະໜອງການຊ່ວຍເຫຼືອແລະສະແດງຄວາມເຫັນໃຈຕໍ່ຈີນກ່ຽວກັບໄພແຜ່ນດິນໄຫວ
cri
Author: d
ຕາມຂ່າວCRI: ພາຍຫຼັງເມືອງເວີ້ນຊ່ວນແຂວງເສສວນຈີນເກີດແຜ່ນດິນໄຫວຮຸນແຮງຂັ້ນ7,8ລິກເຕີ,ໃນຫຼາຍມື້ມານີ້ ປະຊາຄົມໂລກໄດ້ພາກັນບໍລິຈາກເງິນແລະເຄື່ອງຊ່ວຍເຫຼືອແກ່ເຂດປະສົບໄພແຜ່ນດິນໄຫວຈີນ,ສະໜັບສະໜູນຄວາມພະຍາຍາມກູ້ໄພຂອງລັດຖະບານແລະປະຊາຊົນຈີນ. ຜູ່ນຳແລະລັດຖະບານຕ່າງປະເທດ ພ້ອມກັບຜູ່ຮັບຜິດຊອບອົງການຈັດຕັ້ງສາກົນແລະພາກພື້ນໄດ້ສືບຕໍ່ສົ່ງໂທລະເລກມາຍັງຜູ່ນຳຈີນຫຼືໃຊ້ຮູບການອື່ນໆ,ເພື່ອສະແດງຄວາເຫັນໃຈຢ່າງເລິກເຊິ່ງ.
ວັນທີ15ພຶດສະພານີ້ ນາງມີເຊວ ມັງຕາສ ໂຄສົກສະຫະປະຊາຊາດກ່າວວ່າ, ສະຫະປະຊາຊາດກຽມສະໜອງການຊ່ວຍເຫຼືອແກ່ຈີນດ້ວຍຮູບການຕ່າງໆ.
ຕອນຄ່ຳມື້ດຽວກັນ ທ່ານແຈນປີງ ປະທານຄະນະກຳມະການສະຫະພາບອາຟຼີກາອອກຖະແຫຼງສະແດງຄວາມເຫັນໃຈຕໍ່ລັດຖະບານແລະປະຊາຊົນຈີນ.
ຣັດເຊຍຈະບໍລິຈາກເຄື່ອງຊ່ວຍເຫຼືອ4ຊຸດທີ່ມີມູນຄ່າ4ລ້ານໂດລາໃຫ້ເຂດແຜ່ນດິນໄຫວເສສວນ.ມື້ດຽວກັນ ລັດຖະບານອິນເດຍປະກາດວ່າຈະສະໜອງເຄື່ອງຊ່ວຍເຫຼືອທີ່ມີມູນຄ່າ5ລ້ານໂດລາໃຫ້ເຂດແຜ່ນດິນໄຫວ.
ມື້ດຽວກັນ ສະຫະພັນສະພາກາແດງແລະເຄິ່ງວົງເດືອນແດງສາກົນຫຼືIFRCທີ່ຕັ້ງສຳນັກງານໃຫຍ່ຢູ່ເຊີແນວແຫ່ງສວິສໄດ້ສະເໜີບໍລິຈາກເງິນຊ່ວຍເຫຼືອປະມານ19ລ້ານ3ແສນໂດລາໃຫ້ເສສວນຈີນ.
ຫວ່າງມໍ່ໆນີ້,ນັອກແວ ແອສປາຍ ແບນຊິກ ຝຣັ່ງ ເກຼັກ ເອສໂຕນີ ຫວຽດນາມ ສ.ເກົາຫຼີ ມົງໂກນ ສິງກະໂປ ຍິ່ປຸ່ນ ແລະໄທເປັນຕົ້ນ ພ້ອມກັບອົງການຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບກໍ່ຕົກລົງຈະບໍລິຈາກເງິນແລະເຄື່ອງຊ່ວຍເຫຼືອຈີນ.
|
|
|