ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 20:04:36    
ທ່ານ​ຊາ​ມາຣັນຊີ​ກ່າວ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13 ພຶດສະພາ​ນີ້,ທ່ານ​ຫູ​ອັນ ອັນ​ໂຕ​ນິວ ຊາ​ມາຣັນຊີ ປະ​ທານ​ກິ​ຕິ​ມະ​ສັກຕະຫຼອດຊີວິດ​ຂອງ​ຄະນະ​ກຳ​ມະຫານ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ,ສົມ​ເປັນ​ເຈົ້າ​ພາບຈີນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ.ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່ພຽງ​ແຕ່ຈະ​​ເປັນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​​ຕໍ່​ຈີນ​ເທົ່າ​ນັ້ນ,ຍັງ​ຕໍ່​ການ​ກິລາ​ຂອງໂລກອີກ​ດ້ວຍ.

ທ່ານ​ຊາ​ມາຣັນຊີແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາຕອບຄຳ​ຖາມ​ທາງ​ເວັບ​ໄຊ​ຂອງ​ທີ່​ໜັງສືພິມ​​ຊາດ​ຂອງ​ແອ​ສປາຍ.ທ່າ​ນຊາ​ມາຣັນຊີ​ກ່າວ​ວ່າ,ວຽກ​ງານ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​​​ເຕັມ​ສ່ວນ​ທີ່​ສຸດ,​ເຂົາ​ໄດ້​ສະ​ແດງ​ສິ່ງ​ກໍ່ສ້າງ​ກິລາ​ໜຶ່ງ​ບໍ່​ມີ​ສອງ​ຕໍ່​ໂລກ,ຄື"ຮັງ​ນົກ","ກ້ອນ​ນ້ຳຮູບ​ສີ່ຫຼ່ຽມ"​ເປັນ​ຕົ້ນ.ທ່ານ​ຊາ​ມາຣັນຊີ​ຍັງ​ກ່າວ​ວ່າ,ຈຸດປະສົງ​ພຽງ​ດຽວ​ຂອງ​ທ່ານ​ແມ່ນ​​ຮັກສາ​ສຸຂະພາບ​ໃຫ້​ດີ,​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ນີ້​ແມ່ນ​​ໄຝ່ຝັນ​ຂອງ​ທ່ານ.