ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 20:11:17    
ລັດຖະມົນຕີການ​ຕ່າງປະ​ເທດ​ຈີນຣັດ​ເຊຍ​ແລະ​ອິນ​ເດຍຈັດການ​ພົບ​ປະ​ເຈລະຈາແລະ​ອອກ​ປະກາດ​ແຈ້ງ​ການ​ຮ່ວມ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ15 ພຶດສະພາ​ນີ້,ຢູ່​ເຢກາ​ເຕຣິນ​ເບີກຂອງຣັດ​ເຊຍ,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,ທ່ານ​ເຊ​ເກ ລາ​ຟ​ໂລ​ຟ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ແລະ​ທ່ານ​ປຼານາບ ມູກ​ຈີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍຈັດການ​ພົບ​ປະ​ເຈລະຈາ,​ແລະ​ອອກ​ປະກາດ​ແຈ້ງ​ການ​ຮ່ວມ.

ໃນ​ປະກາດ​ແຈ້ງ​ການ,ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ3ປະ​ເທດ​ຊີ້​ອອກ​ວ່າ,ການປະສານ​ງານລະຫວ່າງ​ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍ​ໄດ້​​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການປະສານ​ງານລະຫວ່າງ3ຝ່າຍ​ມີ​ຜົນ​ດີຕໍ່ການ​ສ້າງ​ໂລກຫຼາຍ​ຂົ້ວ​ທີ່​ມີສະຖຽນ​ລະ​ພາບ​ແລະ​ກົມກຽວ​ກັນ,ຊຸກຍູ້​ການ​ພົວພັນ​ສາກົນ​ຫັນ​ເປັນ​ປະຊາທິປະ​ໄຕ​ແລະ​ລະບຽບ​ສາກົນ​ພັດທະນາ​ສູ່​ທິດ​ທີ່​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.ປະກາດ​ແຈ້ງ​ການ​ກ່າວ​ວ່າ,3ປະ​ເທດ​ຈະ​ສືບ​ຕໍ່​ເຮັດ​ໃຫ້ການ​ສົນທະນາ​ແລະ​ການ​ປະສານ​ງານ​ລະຫວ່າງ3ປະ​ເທດ​ລົງ​ສູ່​ລວງ​ເລິກ​ໂດຍ​ຜ່ານ​ຫຼາຍກົນ​ໄກ​ແລະ​ຫຼາຍຊ່ອງ​ທາງ.

ໃນ​ປະກາດ​ແຈ້ງ​ການຮ່ວມ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັ​ດ​ເຊຍ​ແລະ​ອິນ​ເດຍກ່າວ​ລື້​ມວ່າ,ສອງ​ປະ​ເທດສະ​ໜັບສະ​ໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຍິນ​ດີທຳ​ຄວາມພະຍາຍາມ​ເພືອ​ໃຫ້ມັນ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.