ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-17 16:24:24    
ອາ​ເມ​ລິ​ກາ​ຜ່ານ​ອົງ​ການ​ສາ​ກົນ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ​ສົ່ງ​ວັດ​ຖຸ​ກູ້​ໄພ​ໄປ​ຮອດ​ມຽນ​ມາ

cri Author: mo
ຕາມຂ່າວ​CRI:ວັນ​ທີ 16 ພຶດສະພາ​ນີ້​ຢູ່​ທີ່​ວໍ​ຊີງ​ຕັນ, ທ່ານ​​ແມັກ​ໂຄ​ມາກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ຜ່ານ​ອົງການ​ສາກົນທີ່​ບໍ່​ແມ່ນ​ລັດຖະບານສົ່ງ​ວັດ​ຖຸກູ້​ໄພ​ໄປ​ຮອດ​ມຽນມາ​ເປັນ​ເທື່ອ​ທຳ​ອິດ.

ທ່ານ​ແມັກ​ໂຄ​ມາກ​ກ່າວ​ວ່າ, ຕອນ​ເຊົ້າມື້​ດຽວ​ກັນ, ອາ​ເມ​ລິ​ກາ​ໄດ້​​ສົ່ງຍົນ​ຂົນ​ສົ່ງC-130 ສົ່ງວັດຖຸ​ກູ້​ໄພ​ 4 ຖ້ຽວລຳ​​ໄປ​ຢາງ​ກຸງ​ຂອງມຽນມາ, ​ໃນ​ນັ້ນ, ມີ​ 2 ​ເທື່ອ​ແມ່ນ​ມອບ​ໝາຍ​ໃຫ້​ອົງການ​ສາກົນ​ທີ່​ບໍ່​ແມ່ນ​ລັດຖະບານ​ທີ່​ພວມ​ກູ້​ໄພ​ຢູ່​ມຽນມາ.

ນອກ​ນີ້, ຂ່າວ​ແຈ້ງວ່າ, ວັນ​ທີ 16 ພຶດສະພາ​ນີ້, ທ່ານ​ລູອິສ໌ ມີ​ແຊວ ກຳມະການຂອງ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ທີ່​ຮັບຜິດຊອບວຽກ​ພັດທະນາ​ແລະ​ການຊ່ອຍ​ເຫຼືອດ້ານ​ມະນຸດສະທຳ ທີ່​ຫາກໍ່ສີ້​ນສຸດ​ການ​ຢ້ຽມຢາມ​ມຽນມາ​ໄດ້​ຮຽກຮ້ອງ​ຢ່າງ​​ແຮງ​ກ້າ​ອີກ​ເທື່ອໜຶ່ງ​​ໃຫ້ລັດຖະບານ​ມຽນມາອະນຸຍາດ​ໃຫ້ກອງກອບ​ກູ້​ສາກົນ​ຫຼາຍກວ່າ​ເກົ່າ​ເຂົ້າເຂດ​ປະສົບ​ໄພ​ຂອງມຽນມາ​ເພື່ອ​ກອບ​ກູ້​ຊ່ອຍ​ເຫຼືອ. ມື້​ດຽວ​ກັນ, ສະຫະ​ປະຊາ​ຊາດ​ກໍ່​ປະກາດ​ວ່າ, ທ່ານ​ຈອນ ​ໂຮ​ນ​ເມັສ໌ ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ກອບ​ກູ້​ດ້ານ​ມະນຸດສະທຳ​ຈະ​ໄປ​ຢ້ຽມຢາມ​ມຽນມາ​ໃນ​ວັນ​ທີ 18 ພຶດສະພານີ້, ​ເພື່ອ​ຊອກ​ຮູ້​ສະພາບ​ການ​ປະສົບ​ໄພ​ແລະ​ປະສານ​ວຽກ​ກູ້​ໄພ​.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040