ທ່ານບານກີມູນຈະໄປຢ້ຽມຢາມມຽນມາເພື່ອຊຸກຍູ້ວຽກງານກູ້ໄພ
cri
Author: cai
ຕາມຂ່າວCRI:ວັນທີ 18 ພຶດສະພານີ້,ນາງມີເຊເລ ມົງຕັສ ໂຄສົກເລຂາທິການໃຫຍ່ສະຫະປະຊາຊາດຖະແຫຼງວ່າ,ໃນອາທິດໜ້າ,ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດຈະໄປຢ້ຽມຢາມມຽນມາທີ່ຖືກລົມພາຍຸແຖບຮ້ອນຮ້າຍແຮງພັດຖະຫຼົ່ມ,ຫວັງໃຫ້ຜ່ານຈາກການຢ້ຽມຢາມເທື່ອນີ້,ຊຸກຍູ້ວຽກງານກູ້ໄພຂອງມຽນມາ.
ນາງມົງຕັສກ່າວວ່າ,ຕາມແຜນ,ທ່ານບານກີມູນຈະຈາກສຳນັກງານໃຫຍ່ສະຫະປະຊາຊາດທີ່ນີວຢອກໃນວັນທີ 20 ພຶດສະພານີ້,ແລະຈະຮອດມຽນມາໃນວັນທີ 21 ພຶດສະພານີ້.ໃນການຢ້ຽມຢາມ 3 ມື້,ທ່ານບານກີມູນຈະໄປຢ້ຽມຢາມເຂດປະສົບໄພໜັກໜ່ວງກວ່າໝູ່ຂອງມຽນມາ,ໂດຍສະເພາະແມ່ນເຂດສາມຫຼ່ຽມອິໂລວາດີທີ່ຢູ່ພາກໃຕ້ມຽນມາ,ຍັງຈະໄປຢ້ຽມຢາມນະຄອນຢາງກຸ້ງ ນະຄອນໃຫຍ່ກວ່າໝູ່ຂອງມຽນມາ.
ນາງມົງຕັສກ່າວວ່າ,ໃນໄລຍະຢ້ຽມຢາມ,ທ່ານບານກີມູນຈະພົບປະກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານມຽນມາ.ນາງກ່າວເນັ້ນວ່າ,ສະຫະປະຊາຊາດຢາກຮ່ວມມືກັບເຈົ້າໜ້າທີ່ມຽນມາ,ເພື່ອເລັ່ງການກູ້ໄພໃຫ້ໄວກວ່າເກົ່າ.
|
|