ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 13:31:43    
ປະ​ຊາ​ຄົມ​ໂລກ​ຕັ້ງ​ໜ້າ​ຕີ​ລາ​ຄາ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ

cri
ຕາມ​ຂ່າວCRI,​ວັນ​ທີ19​ພຶດ​ສະ​ພາ​ນີ້,ບຸກ​ຄົນ​ສຳ​ຄັນ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ສະ​ແດງ​ຄວາ​ມ​ເຫັນ​ໃຈ​ແລະ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ປະ​ຊາ​ຊົນ​ຈີນ​ກ່ຽວ​ກັບ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເມືອງ​ເວິ້ນຊວນ​ແຂວງ​ເສ​ສວນ​ຈີນ,​ແລະ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ກູ້​ໄພ​ຂອງ​ຈີນ.

ຕອນ​ເຊົ້າ​ວັນ​ທີ19​ພຶດສະພາ​ນີ້,ທ່ານ​ບານ​ກີ​ມູນ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໄປ​ສະ​ຖານ​ທີ່​ຄະນະ​ຜູ່​ແທນ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ,​ໄວ້​ອາ​ໄລ​ຜູ່​ເສຍ​ຊີ​ວິດ​,ທ່ານ​ຍັງ​ໄດ້​ຍ້ອງ​ຍໍ​ໃນ​ລະດັບ​ສູງ​ຕໍ່​ຈີນ​ທີ່​ສະ​ແດງ​ໃຫ້​ເຫັນ​ກຳລັງ​ ຄວາມ​ໝັ້ນ​ໜຽວ​ທົນ​ທານ​ແລະ​ຄວາມ​ກ້າຫານ​ໃນ​ເວລາ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ.

ຕອນ​ເຊົ້າ​ວັນ​ທີ19​ພຶດສະພາ​ນີ້,ທ່ານ​ມັດ​ຕີ ວານ​ຮາ​ເນນ ນາຍົກ​ລັດຖະມົນຕີແຟງ​ລັງ​ໄດ້​ໄປ​ສະຖານທູດ​ຈີນ​ປະຈຳ​ແຟງ​ລັງ,ຢືນສະຫງົບ​ນິ້ງ​ໄວ້​ອາ​ໄລ​ ຕໍ່​ຜູ່​ເສຍ​ຊີວິດ​ຍ້ອນ​ແຜ່ນດິນ​ໄຫວ,ທ່ານ​ກ່າວ​ວ່າ,​ໃນ​ເວລາ​ໄພພິບັດ​ມາ​ເຖິງ,ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ກູ້​ໄພ​ຢ່າງ​ທັນ​ການ ​ເດັດຂາດ​ແລະ​ບັງ​​ເກີດ​ຜົນ.

ຕອນ​ບ່າຍ​ວັນ​ທີ19​ພຶດສະພາ​ນີ້,ທ່ານ​ຢຸມຽງ​ຮວນ ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ​ສ​ເກົາຫຼີ​​ໄດ້ໄປ​ສະຖານທູດ​ຈີນ​ປະ​ຈຳ​ສ​ເກົາ​ຫຼີ​ເພື່ອີ​ໄວ້ອາ​ໄລ​ຜູ່​ເສຍ​ຊີ​ວິດ​ຍ້ອນ​ແຜ່ນ​ດິນ​ໄຫວ​,ທ່ານ​ກ່າວ​ວ່າ,ການ​ປະພຶດ​ຕົວ​ຂອງ​ຜູ່​ນຳ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ຫຼັງ​ແຜ່ນດິນ​ໄຫວ​ເຮັດ​ໃຫ້​ຄົນ​ເຄົາ​ລົບ​ນັບຖື​ແລະ​ສະ​ເທືອ​ນ​ໃຈ.

ວັນ​ທີ19​ພຶດສະພາ​ນີ້,ທ່ານ​ຊາມ​ຄູ​ເຕຊາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອູ​ການ​ດາ​ໄດ້​ໄປ​ສະຖານ​ທູດ​ຈີນ​ປະຈຳ​ອູ​ການ​ດາ​ເພື່ອ​ໄວ້​ອາ​ໄລ​ຜູ່​ເສຍ​ຊີວິດ,​ທ່ານ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ລັດຖະບານ​ຈີນ​ທີ່​ອອ​ກແຮງ​ສຸດ​ຂີດ​ກູ້​ໄພ​ຢ່າງ​ມີ​ປະສິດທິພາບ​ສູງ.