ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 17:32:46    
ນາຍົກ​ລັດຖະ​ມົນຕີ​ຫວຽດ​ນາມ​ໄວ້ອາ​ໄລ​ເຖິງຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວິ້ນຊ່ວນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ບ່າຍ​ວັນ​ທີ 19 ພຶດສະພາ​ນີ້,ທ່ານ​ຫງວນດຶງ​ຢົງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ​ໄດ້​ເດີນທາງ​ໄປ​ສະຖານທູ​ດຈີນ​ປະຈຳ​ຫວຽດນາມ,ຕາງໜ້າ​ພັກ ລັດ​ແລະ​ປະຊາຊົນ​ຫວຽດນາມໄວ້ອາ​ໄລ​ເຖິງຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ​ຈີນ.

ວັນ​ທີ 19 ພຶດສະພາ​ນີ້,ທ່ານ​ຫງວນດຶງ​ຢົງ​ໄດ້​​ແຂ່ງ​ຝົນ​ໄປ​ຮອດ​​ໂຮງໄວ້ອາ​ໄລ​​ໃນສະ​ຖານທູດ​ຈີນ​ປະຈຳ​ຫວຽດ​ນາມ,ຢືນ​ສະຫງົບ​ນີ້​ງກົ້ມ​ຫົວ​ໄວ້ອາ​ໄລ​ແລະ​ມອບ​ພວງ​ມາລາ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​​ໄຫວ​ຮ້າຍ​ແຮງ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ.​ຢູ່​ເທິງປື້​ມລົງ​ນາມ​ໄວ້ອາ​ໄລ,ທ່ານ​ຂຽນ​ວ່າ:"ພັກ ລັດ​​ແລະ​ປະຊາຊົນ​ຫວຽດນາມ​ຮູ້ສຶກ​ເສົ້າ​ສະຫຼົດ​ໃຈ​ທີ່​ສຸດ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວຢູ່​​ແຂວງ​ເສ​ສວນ,​ແລະ​ສົ່ງ​ຄວາມ​ເຫັນ​​ໃຈ​ຢ່າງ​ເລິກ​ເຊິ່ງ​ໄປ​ຍັງ​ພັກ ລັດ​ແລະ​ປະຊາຊົນ​ຈີນ​ພ້ອມ​ດ້ວຍ​ຄອບຄົວ​ຜູ້​ເສ​ຍຊີວິດ.ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ,ປະຊາຊົນ​ຈີນອ້າຍ​ນ້ອງ​ຈະ​ຜ່ານ​ຜ່າຜົນ​ຮ້າຍ​ຢ້ອນ​ຫຼັງ​ຍ້ອນ​ໄພ​ແຜ່ນດິນ​ໄຫວ​ຢ່າງ​ວ່ອງ​ໄວ​ແລະ​ແນ່ນອນ,ຟື້ນ​ຟູ​ການ​ຜະລິດຜົນ​ແລະ​ຊີວິດ​ການ​ເປັນ​ຢູ່​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້."