ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 19:17:50    
ທ່ານ​ມາ​ຮາ​ເດຍ ອະດີດ​ນາຍົກ​ລັດຖະ​ມົນຕີ​ມາ​ເລ​ເຊຍ​ປະ​ກາດ​ຖອນ​ຕົວ​ອອກ​ຈາກ​ພັກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ພຶດສະພາ​ນີ້,ທ່ານ​ມາ​ຮາ​ເດຍ ອະດີດ​ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ​ປະກາດ​ວ່າ,ຈະຖອນ​ຕົວ​ອອກ​ຈາກ​ອົງການ​ເອກະ​ພາບ​​ແຫ່ງ​ຊາດ​ມາ​ເລ​ເຊຍ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ຂອງ​ມາ​ເລ​ເຊຍ​ໃນ​ທັນທີ,​ແລະ​ຈະ​ຍື່ນ​ເອກະສານ​ຖອນ​ຕົວ​ອອກ​ຈາກ​ພັກ​ໃຫ້​ສຳນັກ​ງານ​ໃຫຍ່​ພັກ​ດັ່ງກ່າວ.

ທ່ານ​ມາ​ຮາ​​ເດຍກ່າວ​ວ່າ,ທ່ານ​ຖອນຕົວ​ອອກ​ຈາກ​ພັກ​ແມ່ນ​ຍ້ອນ​ວ່າ​ທ່ານ​ໄດ້​ເສຍ​ຄວາມ​ໝັ້ນ​​ໃຈ​ຕໍ່​ທ່ານ​ບາ​ດາ​ວີ ປະທານ​ພັກ​ດັ່ງ​ກ່າວ,ທ່ານ​ເຫັນ​ວ່າ​ທ່ານ​ບາ​ດາ​ວີ​ບໍ່​ໄດ້​ປົກ​ປ້ອງ​ສິດ​​​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ມາ​ເລ​ເຊຍ​ໃຫ້​ດີ.ທ່ານ​ມາ​ຮາ​ເດຍ​ກ່າວ​ວ່າ,ຖ້າ​ທ່ານ​ບາ​ດາ​ວີ​ລາ​ອອກ​ຈາກ​ຕຳ​ແໜ່​ງປະທານ​ພັກ​ແລະ​ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ​ແລ້ວ,ທ່ານ​ຈະ​ກັບ​ຄືນ​ອົງ​ການ​​ເອກະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍອີກ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040