ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 09:59:04    
ທ່ານ​ບານ​ກີ​ມູນ​ຢ້ຽມ​ຢາມ​ມຽນ​ມາ​ເພື່ອ​ປະ​ສານ​ວຽກ​ງານ​ກູ້​ໄພ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 20 ພຶດສະພາ​ນີ້, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຈາກ​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວ​ຢວກ, ​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ​ທີ່​ຖືກ​ລົມ​ພາຍຸ​ແຖບ​ຮ້ອນ​ອັນ​ຮຸນ​ແຮງ​ກະ​ໜ່ຳ​ໃນ​ຫວ່າງ​ບໍ່​ດົນ​ນີ້, ​ເພື່ອ​ປະສານ​ວຽກ​ກອບ​ກູ້​ຂອງ​ອົງການ​ກອບ​ກູ້​ຂອງສະຫະ​ປະຊາ​ຊາດ​ຢູ່​ເຂດ​ປະສົບ​ໄພ.

ຕອນ​ເຊົ້າມື້​ດຽວ​ກັນ, ທ່ານ​ບານ​ກີ​ມູນ ​ກ່າວ​ວ່າ, ​ເຖິງ​ວ່າ​ສະຫະ​ປະຊາ​ຊາດ​ໄດ້​ເຮັດ​ວຽກ​ກອບ​ກູ້​ຢູ່​ມຽນມາ​ແລ້ວ​ກໍ່ຕາມ, ​ແຕ່​ປັດຈຸບັນ​ ພຽງ​​ແຕ່ສາມາດ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ຜູ້​ປະສົບ​ໄພ 1/4 ​ເທົ່າ​ນັ້ນ, ສະຫະ​ປະຊາ​ຊາດ​ຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ອາ​ຊຽນ​ແລະ​ລັດຖະບານ​ມຽນມາ​ຢ່າງ​ສະໜິດ​ແໜ້ນ.

ຕໍ່​ໄພ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ຈີນ, ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ກ່ອນ​ໜ້າ​ນີ້, ທ່ານ​ໄດ້​ໄປ​ເຂົ້າຮ່ວມ​ການ​ໄວ້ອາ​ໄລຢູ່ຄະນະ​ຜູ້​ແທນ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​, ສະຫະ​ປະຊາ​ຊາດ​ຈະ​​ເດັດດ່ຽວ​ຢືນ​ຢູ່ຫຼັງປະຊາຊົນ​ຈີນ, ອອກ​ແຮງ​ສະໜັບສະໜູນ​ປະ​ເທດ​ຈີນ​ເອົາ​ຊະນະ​​ໄພພິບັດ.