|
 |
(GMT+08:00)
2008-05-22 13:11:07
|
ທ່ານບານກີມູນກ່າວເນັ້ນວ່າການຊ່ວຍເຫຼືອມຽນມາບໍ່ຄວນຫັນເປັນການເມືອງ
cri
ຕາມຂ່າວCRI,ຕອນບ່າຍວັນທີ21ພຶດສະພານີ້,ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ເດີນທາງໄປຮອດບາງກອກ ນະຄອນຫຼວງຂອງໄທ,ທ່ານກ່າວວ່າ,ທ່ານຈະໄປຢ້ຽມຢາມມຽນມາເພື່ອຮຽກຮ້ອງໃຫ້ມຽນມາເປີດປະຕູຕໍ່ເຄື່ອງຊ່ວຍເຫຼືອແລະຜູ່ຊ່ວຍເຫຼືອຈາກປະຊາຄົມໂລກ,ແຕ່ທ່ານກ່າວເນັ້ນວ່າການຊ່ວຍເຫຼືອທຸກຢ່າງຂອງສາກົນບໍ່ຄວນຫັນເປັນການເມືອງ.
ທ່ານບານກີມູນຈະໄປມຽນມາໃນຕອນເຊົ້າວັນທີ22ພຶດສະພານີ້,ທ່ານກ່າວວ່າ,ການຢ້ຽມຢາມມຽນມາຂອງທ່ານມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືລະຫວ່າງມຽນມາກັບປະຊາຄົມໂລກເຊິ່ງລວມທັງປະເທດອາຊຽນພ້ອມດ້ວຍປະເທດອ້ອມຂ້າງທີ່ສຳຄັນ.ພ້ອມກັນນັ້ນ,ທ່ານກ່າວເນັ້ນວ່າ,ການຊ່ວຍເຫຼືອທຸກຮູບແບບຂອງປະຊາຄົມໂລກທີ່ມີຕໍ່ມຽນມາລ້ວນແຕ່ບໍ່ຄວນຫັນເປັນການເມືອງ.ເປົ້າໝາຍຕົ້ນຕໍຂອງວຽກງານປັດຈຸບັນແມ່ນກອບກູ້ເອົາຊີວິດຂອງຄົນ.
|
|
|