|
![](/images/spacer.gif) |
(GMT+08:00)
2008-05-23 10:45:25
|
![](/images/shim.gif) |
ນາຍົກລັດຖະມົນຕີຍີ່ປຸ່ນລິເລີ່ມສ້າງຕາໜ່າງປ້ອງກັນໄພພິບັດອາຊີ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 22 ພຶດສະພານີ້, ຢູ່ທີ່ໂຕກຽວ, ທ່ານຢາຊູໂອ ຟູກູດາ ນາຍົກລັດຖະມົນຕີຍີ່ປຸ່ນກ່າວຄຳປາໄສ, ໄດ້ບັນລະຍາຍນະໂຍບາຍການຕ່າງປະເທດອາຊີສັງລວມທີ່ເອີ້ນວ່າເປັນ"ແນວຄິດຟູກູດາໃໝ່", ແລະລິເລີ່ມສ້າງຕາໜ່າງປ້ອງກັນໄພພິບັດອາຊີ.
ຕາມຂ່າວສານກຽວໂຕລາຍງານວ່າ, ເນື່ອງຈາກວ່າແຂວງເສສວນຈີນເກີດໄພແຜ່ນດິນໄຫວອັນຮຸນແຮງແລະມຽນມາປະສົບລົມພາຍຸແຖບຮ້ອນອັນຮຸນແຮງ, ໃນເວລາກ່າວຄຳປາໄສ, ທ່ານຟູກູດາໄດ້ລິເລີ່ມສ້າງ"ຕາໜ່າງປ້ອງກັນໄພພິບັດອາຊີ", ຈຸດປະສົງແມ່ນເພື່ອຈັດຕັ້ງອົງການກູ້ໄພສຸກເສີນຂອງປະເທດຕ່າງໆໃນອາຊີເປັນອົງການດຽວ, ພ້ອມກັນຮັບມືກັບໄພທຳມະຊາດຂະໜາດໃຫຍ່ເຊັ່ນແຜ່ນດິນໄຫວ ຄື້ນຊຶນາມີ ແລະເຫດການສຸກເສີນເຊັ່ນໄຂ້ຫວັດສັດປີກເປັນຕົ້ນ.ທ່ານຟູກູດາ ຍັງຮຽກຮ້ອງໃຫ້ປະເທດຕ່າງໆທີ່ຕັ້ງຢູ່ອ້ອມມະຫາສະໝຸດປາຊີຟິກເຊິ່ງລວມທັງອາເມລິກາ ຈີນ ຣັດເຊຍເພີ່ມທະວີການຮ່ວມມືເສດຖະກິດເຊິ່ງກັນແລະກັນ.
|
|
|