|
 |
(GMT+08:00)
2008-05-23 18:38:19
|
ທ່ານບານກີມູນເຈລະຈາກັບຜູ່ນຳມຽນມາ
cri
Author: d
ຕາມຂ່າວCRI: ວັນທີ23ພຶດສະພານີ້ ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ເຈລະຈາແບບພາຍໃນກັບພົນເອກທັນ ສເວ ປະທານຄະນະກຳມະການສັນຕິພາບແລະການພັດທະນາແຫ່ງຊາດມຽນມາຢູ່ນາປີດໍ ນະຄອນຫຼວງໃໝ່ຂອງມຽນມາ.
ຫຼັງຈາກການເຈລະຈາສິ້ນສຸດລົງ ທ່ານບານກີມູນເປີດເຜີຍວ່າ,ພົນເອກທັນ ສເວໄດ້ເຫັນດີແລະອະນຸມັດໃຫ້ໜ່ວຍກູ້ໄພຂອງຕ່າງປະເທດເຂົ້າໄປຊ່ວຍຜູ່ປະສົບໄພລົມພະຍຸຮຸນແຮງ.ທ່ານກ່າວວ່າ,ພົນເອກທັນ ສເວໄດ້ສະແດງທ່າທີຄ່ອງແຄ້ວສົມຄວນໃນບັນຫາດັ່ງກ່າວ.ນອກນີ້,ພົນເອກທັນ ສເວຍັງເຫັນດີເປີດສະໜາມບິນຢາງກຸງເປັນສູນພະລາທິການເພື່ອແຈກຢາຍເຄື່ອງຊ່ວຍເຫຼືອກູ້ໄພ.
|
|
|