ຕາມຂ່າວສານຊິນຮວາ:ວັນທີ23 ພຶດສະພານີ້,ຢູ່ບາງກອກ,ທ່ານເຮີຊ່າງຊຸຍ ຮອງຜູ່ອຳນວຍການໃຫຍ່ຊ່ວຍຂອງອົງການອາຫານແລະກະເສດຫຼືຟາວຂອງສະຫະປະຊາຊາດ,ທັງເປັນຜູ້ຕາງໜ້າຂອງພາກພື້ນອາຊີປາຊີຟິກກ່າວວ່າ,ບັນຫາຂາດແຄນທັນຍາຫານຂາດແລະລາຄາທັນຍາຫານແພງຂຶ້ນທີ່ລົມພາຍຸແຖບຮ້ອນ"ນາກີສ"ນຳມານັ້ນເຮັດໃຫ້ສະພາບຄວາມປອດໄພດ້ານທັນຍາຫານຂອງມຽນມາຮ້າຍແຮງກວ່າເກົ່າ.
ອີງຕາມຕົວເລກສຳຫຼວດຂອງອົງການຟາວ,ຢູ່ເຂດຢາງກຸ້ງ,ລາຄາເຂົ້າສູງຂຶ້ນ1ເທົ່າ,ລາຄານ້ຳມັນກິນແມ່ນ3ເທົ່າຂອງລາຄາກ່ອນເກີດໄພ,ນ້ຳດື່ມແພງຂຶ້ນ60%,ໄຂ່ໄກ່ແພງຂຶ້ນ50%.ອົງການຟາວກ່າວວ່າ,ຄອບຄົວທີ່ມີລາຍຕ່ຳຂອງມຽນມາບໍ່ມີຄວາມສາມາດຊື້ເຄື່ອງກິນທີ່ຕ້ອງການແລ້ວ.
|