ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Monday    Apr 28th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 17:22:25    
ຄະ​ນະ​ສຳ​ຫຼວດ​ຊັບ​ສິນ​ຂອງ​ໄທ​ຮຽກ​ຮ້ອງ​ໃຫ້​ຍຶດ​ຊັບ​ສິນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ທ່ານ​ທັກ​ສິນ

cri
ຕາມ​ຂ່າວCRI,ວັນ​ທີ26​ພຶດສະພາ​ນີ້,ຄະນະ​ກຳມະການ​ສຳ​ຫຼວດ​ຊັບ​ສິນ​ຂອງ​ໄທ​ໄດ້​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ຄະດີ​ທ່ານ​ທັກ​ສິນ​ຊິນນະ​ວັດ ອະດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ທີ່​ຖືກ​ສົງ​ໃສວ່າ​ສ້າງ​ຮັ່ງ​ຄູນ​ມີ​ຢ່າງ​ຜິດ​ກົດ​ໝາຍ,​ຮຽກ​ຮ້ອງ​ໃຫ້​ຍຶດ​ຊັບ​ສິນ​ທີ່​ເປັນ​ເງິນ​76​ຕື້​600​ລ້ານ​ກວ່າ​ບາດ​ຂອງ​ວົງ​ຕະ​ກຸນ​ຊິນ​ນະ​ວັດ​ທີ່​ໄດ້​ມາ​ຈາກ​ການ​ຂາຍ​ຫຸ້ນ.

ມະຕິ​ທີ່​ຄະນະ​ກຳມະການ​ສຳ​ຫຼວດຊັບ​ສິນ​ຂອງ​ໄທ​ຮັບ​ຮອງ​ໃນ​ວັນ​ທີ​26​ພຶດ​ສະ​ພາ​ນີ້​ເຫັນ​ວ່າ,​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​ເປັນນາຍົ​ກລັດຖະມົນ​ຕີ,​ທ່ານ​ທັກສິນ​ມີ​ການ​ກະທຳ​ຜິດ​ກົດ​ໝາຍ​ຕ່າງໆ​ເຊັ່ນ​ປິດ​ບັງ​ເລື່ອງ​ຈິງ​ທີ່​ຖື​ຫຸ້ນ​,ສວຍ​ໃຊ້ສິດ​ຕຳ​ແໜ່​ງສະ​ແຫວ​ງຫາຜົນ​ປະ​ໂຫຍດ​ເພື່ອ​ຕົນ​ເອງ​ແລະ​ຜູ່​ໃກ້​ຊິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຂົາ,​ສະ​ນັ້ນ,​ລາຍ​ໄດ້​ຈາກ​ການ​ຂາຍ​ຫຸ້ນ​ຂອງ​ວົງ​ຕະ​ກຸນ​ຊິນ​ນະ​ວັດ​ຄວນ​ຖືກ​ຍຶດ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ​ຈະ​ສະ​ເໜີ​ໃຫ້​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ​ກ່າວ​ຟ້ອງ​ທ່ານ​ທັກ​ສິນ​ແລະ​ຄົນ​ອື່ນໆ​ກ່ຽວ​ກັບ​ຄະ​ດີ​ດັ່ງ​ກ່າວ​ຕໍ່​ສານ​ດີ​ກາ​ເພື່ອ​ໃຫ້​ສານ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040