|
 |
(GMT+08:00)
2008-05-28 18:11:59
|
ມາເລເຊຍສິງກະໂປແລະອິນໂດເນເຊຍປະຕິບັດກົນໄກຮ່ວມມືໃນຊ່ອງແຄບມາລັກກາຢ່າງເປັນທາງການ
cri
ຕາມຂ່າວສານຊິນຮວາ,ສື່ມວນຊົນມາເລເຊຍແຈ້ງຂ່າວໃນວັນທີ28ພຶດສະພານີ້ວ່າ,ໂດຍອີງຕາມສົນທິສັນຍາກົດໝາຍທາງທະເລສະຫະປະຊາຊາດ,ຫວ່າງມໍ່ໆນີ້,ມາເລເຊຍ ສິງກະໂປແລະອິນໂດເນເຊຍໄດ້ປະຕິບັດກົນໄກຮ່ວມມືກ່ຽວກັບຊ່ອງແຄບມາລັກກາແລະຊ່ອງແຄບສິງກະໂປຢ່າງເປັນທາງການ.
ກົນໄກຮ່ວມມືດັ່ງກ່າວແມ່ນສົນທິສັນຍາກົດໝາຍທາງທະເລສະຫະປະຊາຊາດລິເລີ່ມສ້າງຕັ້ງຂຶ້ນ.ອີງຕາມກົນໄກຮ່ວມມືນີ້,ສາມປະເທດຢູ່ແຄມຊ່ອງແຄບມາລັກກາແລະປະເທດທີ່ນຳໃຊ້ທາງເດີນເຮືອຊ່ອງແຄບມາລັກກາໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອການເດີນເຮືອ,ເພື່ອໃຊ້ໃນໂຄງການປົກປັກຮັກສາຄວາມປອດໄພໃນຊ່ອງແຄບມາລັກກາແລະຊ່ອງແຄບສິງກະໂປ.
|
|
|