ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 15:13:08    
ທະນາ​ຄານ​ໂລກ​ເພິ່ມ​ເງິນ​ອີກ​1​ຕື້​200​ລ້ານ​ໂດ​ລາ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ອາ​ຫານ​ທົ່ວ​ໂລກ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ29​ພຶດສະພາ​ນີ້, ທະນາຄານ​ໂລກ​ປະກາດ​ວ່າ,​ຈະ​ເພິ່ມ​ເງິນ​ອີກ1ຕື້200​ລ້ານ​ໂດ​ລາ​ເພື່ອ​​ໃຊ້ຮັບ​ມື​ກັບ​ວິ​ກິດ​ການ​ອາຫານ​ທົ່ວ​ໂລກ, ​ໃນ​ນັ້ນ​ລວມທັງ​​ເງິນຕາ​200ລ້ານ​ໂດ​ລາ​ເພື່ອ​ຊ່ວຍ​ເຫຼືອປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ໃນ​ໂລກ.

ທະນາຄານ​​ໂລກຍັງ​ປະກາດ​ວ່າ,​ເງິນ​ກູ້ທີ່​ອົງການ​ດັ່ງກ່າວ​ສະໜອງ​ໃນ​ຂົງ​ເຂດ​ກະສິກຳ​ທົ່ວ​ໂລກ​ນັ້ນ​ຈະ​​ເພິ່ມຈາກ4​ຕື້​ໂດ​ລາ​ໃນ​ປີ2008 ​ຂຶ້ນ​​ເປັນ6​ຕື້​ໂດ​ລາ​ໃນ​ປີ2009.

ທ່ານ​​ໂຣ​ເປີດ ​ໂຊ​ລິກ ຜູ່​ວ່າການ​ທະນາຄານ​ໂລກ​ກ່າວ​ວ່າ, ລາຄາ​ອາຫານ​ຖີບ​ສູງ​ຂຶ້ນ​ເຮັດ​ໃຫ້​ ​ປະ​ເທດ ​ແລະ ປະຊາຊົນຫຼວງຫຼາຍພົບຄວາມຫຍຸ້ງຍາກ, ປະຊາ​ຄົມ​ໂລກ​ຕ້ອງວາງແຜນ່າງຄັກ​ແນ່. ທ່ານ​ເຫັນ​ວ່າ, ​ໃນ​ໄລ​ຍະ​ສັ້ນ, ຈຸດ​ໜັກ​ການ​ຊ່ວຍ​ເຫຼືອ​ຄວນ​ແມ່ນ​ຄວາມ​ຕ້ອງການດ້ວນ​ດ້ານ​ມະນຸດສະທຳ,ສຳລັບ​ໃນ​ໄລຍະ​ຍາວ​ແລ້ວ, ຈຸດ​ໜັກ​ຂອງການ​ຊ່ວຍ​ເຫຼືອ​ຄວນ​ແມ່ນ​ການຍົກຜົນ​ຜະລິດ​ທັນ​ຍາ​ຫານ​ໃຫ້​ສູ​ງຂຶ້ນ.