ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 20:52:27    
ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ນາ​ຍົກ​ໄທ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

cri
ຕາມ​ຂ່າວCRI,ວັນ​ທີ30ພຶດສະພາ​ນີ້,ທ່ານ​ຈັກກະ​ພົບ ​ເພັນ​ແຂ ລັດຖະມົນຕີ​ປະຈຳສຳນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​​ໄດ້ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ຖືກ​ສົງ​​ໃສ​ວ່າ​ເວົ້າ​ຖ້ອຍ​ຄວາມ​ທີ່ໝິ່ນ​ພະ​ບໍລົມ​ມະ​ເດຊາ​ນຸພາບຂອງກະສັດ​ໄທ.

ໃນ​ກອງ​ປະຊຸມ​ຂ່າວ​ສຳນັກ​ນາຍົກ​ທີ່​ຈັດ​ຂຶ້ນ​ຢູ່​ບາງກອກ​​ໃນ​ຕອນ​ທ່ຽງ​ວັນ​ທີ30​ພຶດສະພາ​ນີ້,ທ່ານ​ຈັກກະ​ພົບ​ປະກາດ​ວ່າ,ທ່ານ​ໄດ້​ຍື່ນ​ໃບ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃຫ້​ທ່ານ​ສະ​ໝັກ ສຸນ​ທໍ​ລະ​ເວດ​ນາ​ຍົກ​ລັດຖະມົນຕີ​ຂອງ​ໄທ​ແລ້ວ,ທ່ານ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​ເພື່ອ​ຫຼຸດ​ແຮງ​ກົດ​ດັນ​ດ້ານ​ການ​ເມືອງ​ຂອງ​ທ່ານ​ສະໝັກ​ແລະ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ລັດຖະ​ບານ.ທ່ານ​ກ່າວ​ເນັ້ນ​ວ່າ,ຕົນ​ເອງ​ບໍ່​ໄດ້​ມີ​ການ​ກະທຳ​ທີ່​ໝິ່ນພະ​ບໍລົມ​ມະ​ເດຊາ​ນຸພາບ,ທ່ານ​ຈະ​ຜ່ານ​ຈາກ​ລະບຽບ​ການ​ຕຸລາການ​ເພື່ອ​ຢັ້ງຢືນ​ຄວາມ​ຂາວ​ສະອາດ​ຂອງ​ຕົນ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ຈັກກະ​ພົບ​ຖືກ​ຕິຕຽນ​ວ່າ​ໄດ້​ໝິ່ນພະ​ບໍລົມ​ມະ​ເດຊາ​ນຸພາບ​ໃນ​ເວ​ລາ​ກ່າວ​ປາຖະກະຖາ​ຢູ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ໃນ​ປີ​ກາຍ​ນີ້,​ເລື່ອງ​ນີ້​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່ສັງຄົມ​ ໄທ​ເວົ້າ​ເຖິງ​ຫຼາຍ,ສຽງ​ຮຽກ​ຮ້ອງ​ໃຫ້​ທ່ານ​ຈັກກະ​ພົບ​ລາ​ອອກ​ຈາກ​ຕຳ​ແໜ່​ງກໍ່​ນັບ​ມື້​ນັບ​ແຮງ​ຂຶ້ນ.