|
 |
(GMT+08:00)
2008-05-31 16:36:53
|
 |
ນາຍົກລັດຖະມົນຕີສິງກະໂປກ່າວວ່າຈີນໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນໃນວຽກງານພາກພື້ນແລະທົ່ວໂລກ
cri
Author: d
ຕາມຂ່າວCRI: ວັນທີ30ພຶດສະພານີ້ ທ່ານຫຼີເຊນລຸງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ,ຈີນໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນໃນວຽກງານພາກພື້ນແລະທົ່ວໂລກ.
ມື້ດຽວກັນ ໃນງານລ້ຽງອາຫານຄ່ຳເພື່ອພິທີເປີດກອງປະຊຸມຄວາມໝັ້ນຄົງອາຊີຄັ້ງທີ7 ທ່ານຫຼີເຊນລຸງໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ບົດບາດຂອງຈີນໃນວຽກງານພາກພື້ນແລະສາກົນ.ທ່ານກ່າວວ່າ:
"ຈີນໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນໃນວຽກງານພາກພື້ນແລະທົ່ວໂລກ.ຈີນໄດ້ເພີ່ມທະວີການຕິດຕໍ່ພົວພັນກັບສະພາຄວາມໝັ້ນຄົງສະຫະປະຊາຊາດ,ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ,ຈີນສົ່ງກອງທະຫານຮັກສາສັນຕິພາບໄປຕີມໍເກຼັສ ໂກໂຊໂວແລະດາຟູເປັນຕົ້ນເຮັດໃຫ້ທົ່ວໂລກສົນໃຈທີ່ສຸດ."
ທ່ານຫຼີເຊນລຸງຍັງຍ້ອງຍໍໃນລະດັບສູງຕໍ່ຄວາມພະຍາຍາມຂອງລັດຖະບານແລະປະຊາຊົນຈີນໃນການຕ້ານໄພກູ້ໄພແຜ່ນດິນໄຫວແຂວງເສສວນ.
"ຄວາມໄວແລະລະດັບການຕ້ານແຜ່ນດິນໄຫວຂອງລັດຖະບານຈີນແມ່ນບໍ່ເຄີຍມີມາກ່ອນ.ໄພພິບົດໄດ້ລະດົມນ້ຳໃຈສາມັກຄີ ຖືກຽດສັກສີຂອງຕົນແລະສ່ວນລວມຂອງປະຊາຊົນຈີນ,ເຮັດໃຫ້ປະຊາຊົນຈີນສາມັກຄີກວ່າເກົ່າ."
|
|
|