ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 17:32:37    
ຊາວ​ຈີນ​ຕ່າງ​ດ້າວ​ສືບ​ຕໍ່​ບໍ​ລິ​ຈາກ​ເງິນ​ໃຫ້​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ

cri Author: mo
ຕາມ​ຂ່າວ​CRI:​ໃນຫຼາຍມື້​ມາ​ນີ້, ຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ອິນ​​ໂດ​ເນ​ເຊຍ ກຳປູ​ເຈຍ ​ເຢຍລະ​ມັນ ​ແລະ​ນູ​ເວນ​ເຊ​ລັງ​ສືບ​ຕໍ່ບໍລິຈາກ​ເງິນ​ໃຫ້​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ຈີນ​ດ້ວຍຫຼາຍຮູບ​ການ.

ວັນ​ທີ 2 ມິຖຸນາ​ນີ້, ທ່ານ​ຮວງ​ອີ້​ນຮວາ ປະທານ​ສະມາຄົມຊາວ​ຈີນ​ສັນຊາດ​ອິນ​​ໂດ​ເນ​ເຊຍ​ທັງ​ເປັນ​ຜູ້​ຮັບຜິດຊອບ​ສະພາກາ​ແດງ​ຂອງ​ແຂວງ​ຊູ​ມາດຕຼາ​ເໜືອ​​ແຫ່ງ​ອິນ​ໂດ​ເນ​ເຊຍ ​ແລະຜູ້​ແທນ​ໜັງສືພິມ​ພາສາ​ຈີນ​ຂອງ​ທ້ອງ​ຖິ່ນ​ໄດ້​ເດີນທາງ​ໄປ​ສະຖານທູດ​ຈີນ​ປະຈຳ​ອິນ​​ໂດ​ເນ​ເຊຍ, ​ເພື່ອ​ມອບ​ເງິນ​ບໍລິຈາກ​ປະມານ 3 ລ້ານ 3 ​ແສນ 8 ໝື່ນ​ຢວນ​ໃຫ້​ສະຖານທູດ​ເພື່ອ​ຊ່ວຍເຂດປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ.

ຕອນ​ບ່າຍ​ວັນ​ທີ 31 ພຶດສະພາ​ນີ້, ທ່ານ​ຈ່ຽງຢົງ​ຊີງ ປະທານ​ສະມາຄົມ​ການ​ຄ້າ​ໄຕ້​ຫວັນ​ຈີນ​ຂອງ​ກຳປູ​ເຈຍ​ໄດ້​ນຳພາ​ສະມາຊິກ​ມອບ​ເງິນ​ບໍລິຈາກ​ດ້ວຍ​ຫຼາຍຮູບ​ການ​ເຊິ່ງມີ​ປະມານ 3 ໝື່ນ 2 ພັນ​ໂດ​ລາ​​ໃຫ້ສະຖານທູດ​ຈີນ​ປະຈຳ​ກຳປູ​ເຈຍ.