ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 18:16:31    
ສື່​ຫວຽດນາມ​ເຫັນ​ວ່າ​ການ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ​ນົງ​ດຶກ​ແມັງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ລົງ​ເລິກ​ການ​ພົວ​ພັນ​ຫວຽດ​ນາມ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ມິຖຸນາ​ນີ້, ສື່​ມວນ​ຊົນ​ສຳຄັນ​ຂອງຫວຽດນາມ​ທະຍອຍ​ກັນ​ພິມ​ບົດ​ນຳ, ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນົງ​ດຶກ​ແມັງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ມໍ່ໆ​ນີ້, ​ເຫັນ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ແລະ​ລົງ​ເລິກ​ການ​ພົວພັນ​ຫວຽດນາມ​ຈີນ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ສອງ​ປະ​ເທດ​ໄປ​ສູ່​ການ​ພັດທະນາ​ບາດກ້າວ​ໃໝ່.

ໜັງສືພິມ"​ເຍິນ​ເຊິ​ນ" ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: ຂະຫຍາຍ​ການ​ພົວພັນ​ຫວຽດນາມ​ຈີນ​ຢ່າງຮອບດ້ານ​ໃນ​ຍຸກ​ສະ​ໄໝໃໝ່. ກ່າວ​ເນັ້ນວ່າ, ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນົງ​ດຶກ​ແມັງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​​ເຕັມ​​ເມັດ​ເຕັມ​ໜ່ວຍ​ ຍ່ອມ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ​ຈີນ​ຂະ​ຫຍາຍ​ຕົວ​ກ້າວ​ສູ່ລວງ​ເລິກ.

ບົດ​ຄວາມ​ຂອງ​ໜັງ​ສຶພິມ"ກວນ​ດອຍ​ເຍິນ​ເຊິ​ນ"ຫວຽດນາ​ມຊີ້​ອອກ​ວ່າ, ທ່ານ​ນົງ​ດຶກ​ແມັງ​ຢ້ຽມຢາມ​ຈີນ​ໄດ້​ຮັບ​ຜົນ​ຈົບງາມ. ​ເມື່ອ​ສອງ​ຝ່າຍ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ແລ້ວ, ຄວາມ​ຮັບ​ຮູ້​ແລະ​ສັນຍາ​ທີ່​ຜູ້ນຳ​ຂອງ​ສອງ​ພັກ​ສອງ​ລັດ​ຫວຽດນາມ​ຈີນ​ຕົກລົງ​ກັນນັ້ນຍ່ອມ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດ​ທິຜົນ.