ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-12 11:18:35    
ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ສົມ​ດຸນ​ໃນ​ດ້ານ​ກວມ​ລວມ

cri
ຕາມຂ່າວສານຊິນຮວາ,ວັນທີ11ທັນວາ,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ໂປ​ຊີ​ໄລ ລັດ​ຖະ​ມົນ ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ເວົ້າ​ໃນ​ດ້ານ​ກວມ​ລວມ​ແລ້ວ,ການ​ພົວພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອ​າ​ເມ​ລິ​ກາ​​ແມ່ນ​ສົມ​ດຸນ,ຈີນ​ພວມ​ນຳ​ເຂົ້າ​ຜະລິດ​ຕະພັນອາ​ເມ​ລິ​ການັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານ​ໂປ​ຊີ​ໄລ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ງານ​ລ້ຽງອາຫານ​ຄ່ຳ​ທີ່​ສະມາຄົມ​ການ​ຄ້າ​ອາ​ເມ​ລິ​ກາ​ຂອງ​ຈີນ​ຈັດ​ຂຶ້ນ​​ໃນ​ຫວ່າງ​ມໍ່ໆ​ນີ້.ທ່ານ​ກ່າວ​ວ່າ,ດຸນ​ເສຍປຽບ​ດ້ານການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ມີ​ລັກສະນະ​ຕາບ​ຈູ​ນກັນ,ຫາກ​ບໍ່​ແມ່ນ​ລັກສະນະ​ແກ່ງ​ແຍ່ງກັນ​.​ໃນ​ຜົນ​ກຳ​ໄລ​ທີ່​ຈີນ​ໄດ້​ຮັບ​​ຈາກຜະລິດ​ຕະພັນ​ສົ່ງ​ອອກ​,ຝ່າຍ​ຈີນ​ພຽງ​ແຕ່​ໄດ້​ຮັບສ່ວນ​ໜ້ອຍ​ເທົ່າ​ນັ້ນ,ສ່ວນ​ພໍ່ຄ້າ​ນຳ​ເຂົ້າ​ແລະ​ພໍ່ຄ້າ​ຂາຍຍ່ອຍ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​​ພັດໄດ້​ຮັບ​ສ່ວນ​ຫຼາຍ.ບາງ​ຄົນ​ເຫັນ​ວ່າ,ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເສຍ​ຕຳ​ແໜ່ງວຽກ​ງານ,ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ໂປ​ຊີ​ໄລ​ກ່າວ​ວ່າ,ຕາມ​ຂ້າ​ພະ​ເຈົ້າ​ຮູ້​ວ່າ,​ຕຳ​ແໜ່​ງວຽກ​ງານ​ໃນ​ຂົງ​ເຂດ​ການ​ຜະລິດ​ທີ່​ອາ​ເມ​ລິ​ກາ​ເສຍ​ໄປ​ຍ້ອນ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ນັ້ນ,​ໄດ້​ຖືກ​ຕຳ​ແໜ່ງວຽກ​ງານ​ທີ່​​ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດ​ຈໍລະ​ຈອນ​ຕາບ​ຈູ​ນ​ແລ້ວ.

ທ່ານ​ໂປ​ຊີ​ໄລ​ກ່າວ​ເນັ້ນ​ວ່າ,ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ​ແມ່ນ​ພື້ນຖານ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ກັບອາ​ເມ​ລິ​ກາ,ສອງ​ປະ​ເທດ​ຄວນ​ເຫັນ​ກວ້າງ​ມອງ​ໄກ,ສືບ​ຕໍ່​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ດ້ານ​ການ​ຄ້າ.