|
![](/images/spacer.gif) |
(GMT+08:00)
2006-08-29 15:08:18
|
![](/images/shim.gif) |
ຈີນຈະເພີ່ມທະວີການຮ່ວມມືລະຫວ່າງຊາດຊຸກຍູ້ການປະດິດສ້າງໂດຍເປັນເຈົ້າຕົນເອງ
cri
Author: da
ຕາມຂ່າວCRI:ຈີນໄດ້ຖືຜະລິດຕະກຳຂໍ້ມູນຂ່າວສານເປັນການບຸກທະລຸໃນການປະດິດສ້າງໂດຍເປັນເຈົ້າຕົນເອງ,ຈະຕັ້ງໜ້າດຳເນີນການແລກປ່ຽນແລະຮ່ວມມືທາງດ້ານວິທະຍາສາດເຕັກນິກລະຫວ່າງຊາດແລະລະຫວ່າງພາກພື້ນບົນພື້ນຖານຍຶດໝັ້ນຄວາມສະເໝີພາບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ຍົກລະດັບຈຸດເລີ່ມຂອງການປະດິດສ້າງໂດຍເປັນເຈົ້າຕົນເອງ.
ນີ້ແມ່ນທ່ານວັງເຊ້ຕົ່ງ ລັດຖະມົນຕີວ່າການກະຊວງອຸດສາຫະກຳຂໍ້ມູນຂ່າວສານຈີນເຜີຍໃຫ້ຮູ້ໃນກອງປະຊຸມປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງອຸດສາຫະກຳຂໍ້ມູນຂ່າວສານຈີນທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ29ສິງຫາ.
ປີກາຍນີ້,ມູນຄ່າເພີ່ມອຸດສາຫະກຳຂໍ້ມູນຂ່າວສານຈີນໄດ້ບັນລຸ 1320 ຕື້ຢວນ,ກວມGDP ທົ່ວປະເທດ 7,2%,ຈຳນວນຄົນໃຊ້ໂທລະສັບ ຄົນເຂົ້າອິນເຕິເນັດ ແລະຂະໜາດອຸດສາຫະກຳຂໍ້ມູນຂ່າວສານເອເລັກໂຕຼນິກລ້ວນແຕ່ຢູ່ແຖວໜ້າຂອງໂລກ.ແຕ່ໃນສະເພາະໜ້ານີ້ ການປະດິດສ້າງໂດຍເປັນເຈົ້າຕົນເອງ ຂອງອຸດສາຫະກຳຂໍ້ມູນຂ່າວສານຈີນຍັງຢູ່ໃນໄລຍະເລີ່ມຕົ້ນ,ຍັງມີຄວາມຜິດໂຕນກັນຫຼາຍເມື່ອທຽບກັບປະເທດນຳໜ້າໃນໂລກ.
|
|
|