ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-18 21:52:45    
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ເອ​ເປັກ​ຜ່ານ​ຮັບ​ຮອງ"​ແຜນ​ການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ"

cri Author: da
ຕາມ​ຂ່າວCRI: ວັນ​ທີ 18 ພະຈິກ ​ໃນກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ເອ​ເປັກຄັ້ງທີ 14 ​,ຜູ່​ນຳ​ບັນດາ​ປະ​ເທດ​ໄດ້​ເຊັນ"​ແຜນການດຳ​ເນີນ​ງານ​ຮ່າ​ໂນ້ຍ"ຢູ່​ຮ່າ​ໂນ້ຍຂອງ​ຫວຽດນາມ,​ເພື່ອ​ຊຸກຍູ້​ການ​ບັນລຸ​ເປົ້າໝາຍ​ໂບກໍ​ທີ່​ດຳ​ເນີນການ​ຄ້າ​ແລະ​ການ​ລົງທຶນ​ຢ່າງເສລີ​ແລະ​ສະດວກ​.ຜູ່​ຮ່ວມ​ປະຊຸມ​ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ເຈລະຈາ​ຮອບ​ໂດ​ຮາ.

"​ແຜນການ​ດຳ​ເນີ​ນງານ​ຮ່າ​ໂນ້ຍ"ຂຽນ​ວ່າ,ບັນດາ​ອົງ​ກອນ​ເສດຖະກິດຈະ​​ຜ່ານ​ຈາກມາດ​ຕະການ​ລະອຽດ​ທຸກ​ລາຍ​ແລະ​ການ​ສ້າງສາ​ຄວາມ​ສາມາດ,​ໂດຍ​ສະ​ເພາະ​ແມ່ນ​ຫຼຸດ​ຕົ້ນທຶນ​ການ​ຄ້າ​ໃຫ້​ໜ້ອຍ​ລົງ,ສ້າງ​ສະພາບ​ແວດ​ລ້ອມ​ທາງ​ການ​ຄ້າທີ່​ມີ​ຄວາມ​ປອດ​ໄພ​ແລະ​ດີງາມ,​ເພື່ອ​ບັນລຸ​ເປົ້າໝາຍ​ໂບກໍ​ຕາມ​ເວລາ​ກຳນົດ.

​ສຳລັບ​ຖະ​ແຫຼ​ງການຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ​ຂອງ​ອົງການ​ການ​ຄ້າ​ໂລກ ກອງ​ປະຊຸມຄັ້ງນີ້​ໄດ້​ກ່າວ​ວ່າ,ບັນດາ​ອົງ​ກອນ​ເສດຖະກິດ​ຂອງ​ອົງການ​ເອ​ເປັກ​ຈະ​ພະຍາ​ຍາມທັບ​ມ້າງ​ສະພາບ​ແຂງ​ກະດ້າງ​ຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ,ຊຸກຍູ້​​ໃຫ້ຈັດການ​ເຈລະຈາ​ຄືນ​ໃໝ່,​ແລະ​ເຮັດ​ໃຫ້ການ​ເຈລະຈາ​ສິ້ນ​ສຸດ​ລົງ​ຢ່າງ​ສຳ​ເລັດ​ຜົນ​ຢ່າງ​ທັນ​ການ.

ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ເອ​ເປັກ​ຄັ້ງທີ 14 ​ແມ່ນ​ໄຂ​ຂຶ້ນ​ຢູ່​ຮ່າ​​ໂນ້ຍຂອງ​ຫວຽດນາມ​ໃນຕອນ​ບ່າຍ​ວັນ​ທີ 18 ພະຈິກ​ນີ້. ຜູ່​ນຳ​ຫຼື​ຜູ່​ຕາງ​ໜ້າຂອງ 21 ອົງ​ກອນ​ເສດຖະກິດ​ອົງການ​ເອ​ເປັກ ຊຶ່ງ​ລວມທັງ​ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ ທ່ານ​ຈອດ​ສ໌ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ​ທ່ານ​ວຼາຕີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.