ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-20 15:44:51    
ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ, ການ​ແລກປ່ຽນ​ດ້ານວັດທະ​ນະ​ທຳ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ປີ​ນີ້​ຄຶກຄັກ​ທີ່​ສຸດ

cri Author: mengmeng
ຕາມ​ຂ່າວCRI, ໜັງສືພິມ​​ເຢິນມິນ​ຢືປາວ​ສະບັບ​ວັນ​ທີ20​ທັນວາ​ໄດ້​ພິມ​ບົດ​ສຳພາດ​​ໂດຍ​ຈຳ​ເພາະ​ຂອງທ່ານ​ຊຸນ​​ເຈຍ​​ເຈິ​ງ ລັດ​ຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ. ​ໃນ​ເວລາ​ໃຫ້​ສຳພາດ​, ທ່ານ​ຊຸນ​ເຈຍ​ເຈິ​ງ​ເວົ້າ​ວ່າ, ປີ2004, ການ​ແລກປ່ຽນ​ດ້ານວັດທະນະທຳ​ກັບ​ຕ່າງປະ​ເທດ​ຂອງ​ຈີນຄຶກຄັກທີ່​ສຸດ.

ທ່ານ​ຊຸນ​ເຈຍ​ເຈິ​ງ​ສະ​ເໜີ​ໃຫ້​ຮູ້​ວ່າ, ປີ2004, ຈີນ​ໄດ້​ຈັດການ​ເຄື່ອນ​ໄຫວ​​ແລກປ່ຽນວັດທະນະທຳ​ກັບ​ຕ່າງປະ​ເທດ​ຫຼາຍ​ເທື່ອ​ທີ່​ມີ​ຂະໜາດ​ໃຫຍ່​ແລະ​ມີ​ຜົນ​ສະທ້ອນ​ອັນ​ກວ້າງຂວາງ​ຢ່າງ​ສຳ​ເລັດ​ຜົນ. ​ໃນ​ນັ້ນ​ລວມທັງ​ການ​ເຄື່ອນ​ໄຫວ​ປີ​ວັດທະນະທຳ​ຈີນ​ຢູ່​ຝຣັ່ງ, ງານ​ສິລະ​ປະ​ອາຊີ​ສະ​ໄໝ​ທີ6​ເປັນ​ຕົ້ນ. ນອກ​ນີ້, ຈີນ​ຍັງ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ປະຈຳ​ປີ​​ລັດຖະມົນຕີ​ຄັ້ງ​ທີ7​ຂອງ​ເວທີ​ປາ​ໄສ​ນະ​ໂຍບາຍ​ວັດທະນະທຳ​ສາກົນ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາຄວາມ​ຫຼາ​ກຫຼາຍ​ຂອງ​ວັດທະນະທຳ​ໂລກ.

ທ່ານ​ຊຸນ​ເຈຍ​ເຈິ​ງ​ເວົ້າ​ວ່າ, ຕໍ່​​ໄປ​ພາຍ​ໜ້າ, ກະຊວງວັດທະນະທຳ​ຈີນ​ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ຢ່າງ​ໝັ້ນ​ທ່ຽງ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.