ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-20 18:07:05    
ຂະ​ແໜງ​ການ​ຮູບ​ເງົາ​ອາຊີ​ມີ​ຄວາມ​ດູດ​ດື່ມ​​ເພີ່ມ​ຂຶ້ນ

cri
ຕາມ​ຂ່າວສານ​ຊິນ​ຮວາ, ​ຮູບ​ເງົາ​ໂຮ​ລີ​ວູດຂອງ​ອາ​ເມ​ລິ​ກາ​ໄດ້​ດູດ​ດຶງ​ສາຍຕາ​ຂອງ​ທົ່ວ​ໂລກ​ໂດຍ​ຕະຫຼອດ, ​ແຕ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ດາລາ​ຊື່​ດັງ​ຂອງ​ໂຮ​ລີ​ວູດຈຳນວນ​ໜຶ່ງ​ໄດ້​ທະຍອຍ​ກັນ​ເຊັນ​ສັນຍາ​ກັບນັກ​ທຸລະ​ກິດ​ຮູບ​ເງົາ​ຈຳນວນ​ໜຶ່ງ​ຂອງ​ອາຊີ. ບຸກຄົນ​ວິ​ເຄາະທີ່​ກ່ຽວຂ້ອງ​ເຫັນ​ວ່າ, ປະກົດ​ການ​ດັ່ງກ່າວ​ສ່ອງ​ແສງ​ໃຫ້​ເຫັນ​ວ່າຄວາມ​ດູດ​ດື່ມ​​ຂອງ​ຂະ​ແໜງ​ການ​ຮູບ​ເງົາ​ອາຊີ​ພວມ​ເພີ່ມ​​ຂຶ້ນ.

ຕາມ​ບຸກຄົນ​ໃນ​ຂະ​ແໜງ​ການ​ວິ​ເຄາະ​ວ່າ, ​​ແຕ່​ກ່ອນ, ຮູບ​ເງົາ​ອາຊີ​ແມ່ນ​ມີ​ຊື່​ລື​ນາມ​ຍ້ອນ​ມີ​ກົງ​ຟູ​ແລະ​ອິລິຍາບົດ​ຕ່າງໆ. ປະຈຸ​ບັນ, ກົງຟູ​ແລະ​ຄວາມ​ຫວາດ​ຫວັ່ນ​ແມ່ນ​ສອງ​ດ້ານ​ຕົ້ນຕໍ​ທີ່​ບຸກຄົນ​ພົ້ນ​ທະ​ເລ​ເອົາ​ໃຈ​ໃສ່​ຮູບ​ເງົາ​ອາຊີ.