ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-20 18:37:24    
ຈີນ​ຈະ​ດຳ​ເນີນໂຄງການອະນຸລັກ​ວັດຖຸບູຮານ​ຈຸດ​ໜັກ​ກ່ຽວ​ກັບ​ "ເສັ້ນທາງ​ຜ້າ​ໄໝ"

cri Author: lm

ຕາມ​ຂ່າວCRI: ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ຫົວໜ້າ​ກົມ​ວັດຖຸບູຮານ​ທົ່ວ​ປະ​ເທດຈີນ​ທີ່​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 20 ທັນວາ​ນີ້ວ່າ, ຈະ​ເລີ່​ມດຳ​ເນີນ​ໂຄງການ​ອະນຸລັກ​ວັດ​ຖຸບູຮານ​ຈຸດ​ໜັກ​ກ່ຽວ​ກັບ​ເສັ້ນທາງ​ຜ້າ​ໄໝ​ຕອນຢູ່​​ເຂດ​ຊິນ​ຈຽງ, ພາຍ​ໃນ​ເວລາ 5 ປີ​ຂ້າງ​ໜ້ານີ້, ລັດຖະບານ​ຈີນ​ຈະຈັດ​ວາງ 400 ລ້ານ​ຢວນ, ກອບ​ກູ້​ອະນຸລັກ​ວັດຖຸບູຮານ​ສຳຄັນ​ທີ່​ມີການກ່ຽວ​ພັນ​ກັບ​ເສັ້ນທາງ​ບູຮານ​ທີ່​ມີປະຫວັດ​ມາເປັນ​ເວລາ 2000 ກວ່າ​ປີ​ສາຍ​ນີ້.

​ເສັ້ນທາງ​ຜ້າ​ໄໝ​ແມ່ນ​ເສັ້ນທາງ​ການ​ຄ້າ​ທາງບົກ​ໃນສະໄໝບູຮານຈີນທີ່​ເນັ່ງ​ໄປ​ສູ່​ອາຊີ​ຕາ​ເວັນ​ຕົກ ອາຊີ​ໃຕ້ ​ເອີ​ລົບ​ແລະ​ອາ​ຝິຼກກາ​ເໜືອ, ປະຈຸ​ບັນ ມີຮ່ອງຮອຍວັດຖຸບູຮານ​ສຳຄັນ​ຈຳນວນຫຼວງຫຼາຍທີ່​ຢູ່​ອ້ອມ​ຂ້າງ​ເສັ້ນທາງ​ບູຮານ​ສາຍ​ນີ້​ພວມ​ຄອງ​ຄອຍ​ການ​ຂຸດ​ຄົ້ນ​ແລະ​ອະນຸລັກ.