ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 15:45:52    
ຈີນ​ຈະ​ເພີ່ມຄວາມ​​ແຮງ​​ໃນ​ການປົກ​ປ້ອງ​ຕຸລາການດ້ານອາຍາ​ຂອງ​ສິດ​ຊັບ​ສິນ​ທາງ​ປັນຍາ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 21 ທັນວາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ສາວ​ຈ້ຽນມິນ ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ກ່າວ​ວ່າ, ອົງການ​ຕຸລາການ​ຈີນ​ຈະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ປົກ​ປ້ອງ​ຕຸລາການ​ດ້ານ​ອາຍາຂອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕື່ມ​ອີກ.

ທ່ານ​ສາວ​ຈ້ຽນມີນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ແລະ​ອົງການ​ອະທິ​ໄອ​ຍະ​ການ​ຈີນ​ຮ່ວມ​ກັນຈັດ​ຂຶ້ນ​ໃນ​ວັນ​ທີ 21 ທັນວາ.

ທ່ານ​ກ່າວ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ສານ​ທຸກຂັ້ນຂອງ​ຈີ​ນຈະ​​ເພີ່ມ​ຄວາມ​ແຮງ​ໃນ​ການ​ລົງ​ໂທດ​ທາງອາຍາ​ຕໍ່​ການ​ຕ້ອງ​ໂທດຊະນິດ​ຕ່າງໆ​ທີ່ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງປັນຍາ, ຕັດສິນ​ລົງ​ໂທດ​ຄະດີ​ອາຍາ​ທີ່​ກະທົບກະ​ເທືອ​ນລະບຽບ​ຕະຫລາດຢ່າງ​ຮ້າຍ​ແຮງ, ຈຳ​ນວນ​ເງິນຕ້ອງ​​ໂທດ​ມີ​ຫລວງຫລາຍ, ​ແລະ​ມີ​ຜົນ​ສະທ້ອນ​ຮ້າຍ​ແຮງ​​ເປັນພິ​ເສດ​ນັ້ນຢ່າງ​ທັນ​ການ​ຕາມ​ກົດໝາຍ, ບໍ່​ພຽງ​ແຕ່​ຕ້ອງ​ຕັດສິນ​ລົງ​ໂທດ​ພວກ​ກະທຳ​ຜິດຢ່າງ​ເດັດ​ດ່ຽວ​ທໍ່​ນັ້ນ, ຫາກ​ຍັງ​ຕ້ອງ​ລົບ​ລ້າງຄວາມ​ສາມາດ​ແລະ​ເງື່ອນ​ໄຂ​ກະທຳ​ຜິດ​ອີກ​ຂອງ​ພວກ​ນັກ​ໂທດ​ຈາກ​ດ້ານ​ເສດຖະກິດ; ຂະນະ​ດຽວ​ກັນນັ້ນ, ສານ​ທຸກຂັ້ນຍັງ​ຈະ​ຊຳລະ​ຄະ​ດີ​ແພ່ງ​ທີ່​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ທັນ​ການ.