ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 16:56:34    
ຢາ​ຈີນ​ແລະ​ແພດສາດ​ຈີນ​ຈະ​ຮ້ອງ​ຂໍ​​ເປັນ​ມໍລະດົກ​ວັດທະນະທຳ​​ໂລກ​ທີ່ບໍ່​​ແມ່ນ​ວັດຖຸ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 6 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ​ໃນ​ເວລາ​ທ່ານ​ເສີນ​ຈື້ສຽງ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ຂອງ​ກົມ​ຄຸ້ມ​ຄອງ​ຢາ​ຈີນ​ແລະ​ແພດສາດຈີນ​​ແຫ່ງ​ຊາດ​ຈີນ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ, ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ຢາ​ຈີນ​ແລະ​ແພດສາດ​ຈີນ​ຈະ​ຮ້ອງ​ຂໍ​ເປັນ​ມໍ​ລະ​ດົກ​ວັດທະນະທຳ​​ໂລກ​ທີ່ບໍ່​ແມ່ນ​ວັດ​ຖຸ.

ຢາ​ຈີນ​ແລະ​ແພດສາດ​ຈີນ​ໄດ້​ມີ​ປະຫວັດສາດ 3 ພັນ​ກວ່າ​ປີ​ແລ້ວ, ມີ​ລະບົບ​ທິດ​ສະ​ດີ​ທີ່​ຄົບ​ຖ້ວນ​ບໍລິບູນ​, ​ໄດ້​ຮັບ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ຫລາຍ​ຈາກ​ປະຊາຊົນ​ຈີນ. ປະຈຸ​ບັນ, ຢາ​ຈີນ​ແລະ​ແພດສາດ​ຈີນ​ກໍ​ໄດ້ຖືກ​ເຜີຍ​ແຜ່​ໄປ​ຮອດ​ແຫ່ງ​ຕ່າງໆ​ໃນ​ໂລກ​ແລ້ວ, ​ແລະ​ໄດ້​ຮັບ​ໃຊ້​ສຸຂະພາບ​ຂອງ​ມວນ​ມະນຸດ.