ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-11 16:00:36    
ຈີນ​ຕັ້ງ​ຫນ້າ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ປີ​ກາຍ​ນີ້ ຈີນ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຕື່ມ​ອີກ, ລົງ​ເລິກ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ສາກົນ, ​ໄດ້​​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ຫນ້າ​ເທິງ​ເວທີ​ສິດ​ຊັບ​ສິນ​ທາງ​ປັນຍາ​ສາກົນ.

ວັນ​ທີ 11 ມັງ​ກອນ​,ຂ່າວ​ສານ​ຊີ​ນຮວາ ​ເຊິ່ງ​ເປັນ​ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ຈີນ,​ໄດ້​ປະກາດ​ບົດ​ວິຈານ​ກ່ຽວ​ກັບວຽກ​ງານ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ໃນ​ປີ​ກາຍ​​ໂດຍ​ຊີ້​ອອກ​ວ່າ,​ ປີ​ກາຍ​ນີ້,ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ແລະ​ການ​ສັບ​ຊ້ອນ​ກົດ​ລະ​ບຽບ​ສາ​ກົນ​ໃນ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ດ້ວຍ​ທ່າ​ທີ​ຮັບ​ຜິດ​ຊອບ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ,​ໃນ​ເວລາ​ດັດ​ແກ້​ແລະ​ສ້າງ​ສົນ​ທິ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ສິດ​ທິ​ບັດ ສົນ​ທິ​ສັນ​ຍາ​ກົດ​ຫມາຍ​ວ່າ​ດ້ວຍ​ສິດ​ທິ​ບັດ​ຂອງ​ອົງ​ກອນ​ແລະ​ກົດ​ລະບຽບ​​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ນັ້ນ,ຈີນ​ໄດ້​ພິ​ຈາ​ລະ​ນາ​ປົກ​ປັກ​ຮັກ​ສາ​ ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ອັນ​ໄພ​ສານ,ຕັ້ງ​ຫນ້າ​ບັນ​ລະ​ຍາຍ​ຫລັກ​ຫມັ້ນ​ຂອງ​ຝ່າຍ​ຕົນ.