ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-14 16:54:57    
ຈີນ​ປັບ​ປຸງ​ກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ຫມາຍ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂ້າມ​ທ້ອງ​ຖີ່ນ​ໃຫ້​ຄົບ​ຖ້ວນ​ບໍ​ລິ​ບູນ​ເລື້ອຍໆ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ຈີນ​ໄດ້​ປັບ​ປຸງ​ກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ຫມາຍ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂ້າມ​ທ້ອງ​ຖີ່ນ​ເລື້ອຍ​ໆ, ປະຈຸ​ບັນ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ຫມາຍ​ຂອງ 16 ​ແຂວງ​ເຂດ​ແລະ​ເມືອງ,​ແລະ​ໄດ້​ຮັບ​ຜົນ​ສັກ​ສິດ​ໃນ​ລະ​ດັບ​ໃດ​ຫນຶ່ງ.

ເຈົ້າ​ຫນ້າ​ທີ່​ກົມ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ແນະ​ນຳ​ວ່າ, ປີ​ກາຍ​ນີ້ ​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ເຂດ​ພາກ​ກາງ​ພາກ​ໃຕ້ ຂອງ​ຈີນ​ຕ່າງ​ໄດ້​ຈັດ​ກອງ​ປະ​ຊຸມ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ຫມາຍ​ທີ່​ມີ​ເຈົ້າ​ຫນ້າ​ທີ່​ພະ​ແນກ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຈາກ​ຫລາຍ​ຕົວ​ເມືອງ​ເຂົ້າ​ຮ່ວມ, ພະ​ແນ​ກສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ບາງ​ແຫ່ງ​ຍັງ​ໄດ້​ນຳ​ໃຊ້​ກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ຫມາຍ ​ສິດ​ທິ​ບັດ​ທົ່ວ​ປະ​ເທດ, ​ແລ້ວ​ຮ່ວມ​ສຳ​ພັນ​ກັນ​ກັບ​ພະ​ແນກ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ແຫ່ງ​ຕ່າງໆ​ປະ​ຕິ​ບັດ​ກົດ​ຫມາຍ, ​ໄດ້​ຮັບ​ຜົນ​ເປັນ​ຢ່າງ​​ດີ.ປະ​ຈຸ​ບັນ,ກົມ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ແລະ​ນຳ​ໃຊ້​ສາງ​ຂໍ້​ມູນ​ຊຳ​ລະ​ແກ້​ໄຂ​ການ​ວິ​ວາດ​ກັນ​ດ້ານ​​ສິດທິບັດ​ໃນ​ຂອງ​ທົ່ວ​ປະ​ເທດ​,​ໄດ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂ່າວ​ຄາວ​ກັບ​ພະ​ແນກ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ ທ້ອງ​ຖີ່ນ.