ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-16 17:00:39    
ກອງ​ປະຊຸມ​ພາສາ​ຈີນ​ຂອງ​ໂລກ​ຄັ້ງປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ກໍລະກົດ

cri Author: MO
ຕາມ​ຂ່າວ​ຈາກ​ໜັງສືພິມ​ໄປ​ຈິ່ງ​ວານ​ປ້າວ: ວັນ​ທີ 16 ກຸມພາ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ໜ່ວຍ​ນຳພາ​ການ​ສິດສອນ​ພາສາ​ຈີນ​ຕໍ່​ຄົນ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ວ່າ, ກອງ​ປະຊຸມ​ພາສາ​ຈີນ​ຂອງ​ໂລກ​ຄັ້ງປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ກໍລະກົດ.

ຕາມ​ສະ​ເໜີ​ວ່າ, ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ: ພາສາ​ຈີນ​​ແລະ​ການ​ສິດສອນ​ພາສາ​ຈີນ​ຢູ່ເບື້ອງ​ຫລັງ​ໂລກາ​ວິວັດ. ຜູ້ນຳ​ການ​ເມືອງ​ແລະ​ຜູ້​ຊ່ຽວຊານ​ຂອງ​ທົ່ວ​ໂລກ​ຈະ​ດຳ​ເນີນ​ການຄົ້ນຄວ້າ​ຫາລື​ກັນກຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ນະ​ໂຍບາຍ​ແລະ​ມາດ​ຕະການຂອງ​ບັນດາ​ປະ​ເທດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສິດສອນ​ພາສາ​ຈີນ, ​ເພື່ອ​ຊຸກ​ຍູ້​ໃຫ້ການ​ສິດສອນ​ພາສາ​ຈີນຂອງ​ບັນດາ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານວັດທະນະທຳ​ພາສາ​ລະຫວ່າງ​ຈີນ​ແລະ​ຕ່າງປະ​ເທດ.

ຕາມ​ຊາບ​ວ່າ, ປະຈຸ​ບັນ, ຜູ້​ຮຽນ​ພາສາ​ຈີນ​ຢູ່​ພົ້ນທະ​ເລ​ໄດ້​ມີ​ເຖິງ 30 ລ້ານ​ຄົນ​ແລ້ວ, ນອກຈາກ​ຈີນ​ແລ້ວ, ທົ່ວ​ໂລກ​ໄດ້​ມີ​ມະຫາວິທະຍາ​ໄລ 2000 ກວ່າ​ຫລັງ​ໄດ້​ຈັດ​ໃຫ້​ມີ​ການ​ສອນ​ພາສາ​ຈີນ.