ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-01 14:40:23    
ຈີນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຕົວ​ຈິງ​ຂອງ​ນັກ​ສຶກ​ສາ​ທີ່​ຄອບ​ຄົວ​ທຸກ​ຍາກ

cri Author: MO
 ຕາມ​ຂ່າວຈາກໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ: ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕົວ​ຈິງ​ຂອງ​ນັກສຶກສາ​ທີ່​ຄອບຄົວ​ທຸກ​ຍາກ, ລັດຖະບານ​ຈີນຈະ​ໃຫ້​ເງິນ​ເກື້ອກູນ​ແກ່​ນັກ​ສຶກສາ​5% ທີ່​ຄອບຄົວ​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດຜູ້​ລະ 150 ຢວນຕໍ່​ເດືອນ ບົນ​ພື້ນຖານ​ທີ່ສືບ​ຕໍ່ປະຕິບັດ​ນະ​ໂຍບ​າຍ​ເກື້ອກູນ​ເດີມ.

ໜັງສືພິມ​ເຢິນມິນ​ຢື້​ປ້າວຂອງ​ຈີນ​ສະບັບ​ວັນ​ທີ 1 ມີນາ​ແຈ້ງ​ຂ່າວ​ວ່າ, ປະຈຸ​ບັນ, ​ໃນໝູ່​ນັກ​ສຶກສາ​ເກືອບ 12 ລ້ານ​ຄົນ​ຂອງໂຮງຮຽນ​ຊັ້ນສູງ, ມີ 2 ລ້ານ 4 ​ແສນ​ຄົນ​ ຄອບຄົວມີ​ຄວາມ​ທຸກ​ຍາກ, ບໍ່​ສາມາດ​ຈ່າຍ​ຄ່າ​ຮຽນ​ແລະ​ຄ່າຄອງ​ຊີບ. ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ເລື່ອງ​ນີ້, ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃນ​ແຫ່ງ​ຕ່າງໆ​ໃຊ້​​ແບບວິທີ​ຕ່າງໆ​ຄື​ເບີກ​ເງິນ​ກູ້​​ເປັນ​ທຶນ​ສຶກສາ​ ​ແລະ​ຕັ້ງລາງວັນ​ຮຽນດີ​ເປັນຕົ້ນຕໍ່​ນັກ​ສຶກສາ​ທີ່​ຄອບຄົວ​ທຸ​ກຍາກ​ເຫຼົ່ານີ້, ຊ່ອຍ​ພວກ​ເຂົາ​ເຈົ້າສຳ​ເລັດ​ການ​ຮຽນ​ຢ່າງ​ສະດວກ. ປະຈຸ​ບັນ, ຈີນ​ໄດ້​​ຜ່ານ​ການ​ເບີກ​ເງິນ​ກູ້​​ເປັນ​ທຶນ​ສຶກສາ​ຂອງ​ລັດສະໜອງ​ທຶນ​ຊ່ອຍ​ເຫຼືອ 6 ຕື້ 500 ລ້ານ​ຢວນ​ແກ່​ນັກ​ສຶກສາ​ທີ່​ຄອບຄົວ​ທຸກ​ຍາກ, ​ເຮັດ​ໃຫ້​ນັກ​ສຶກສາ​ເກືອບ 2 ລ້ານ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.