ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 10:22:54    
ຈີນ​ປາ​ກິ​ສະ​ຖານ​ຮ່ວມ​ກັນ​ສ້າງ​ວິ​ທະ​ຍາ​ຄານ​ຂົງ​ຈື້

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 4 ​ເມ​ສາ ຢູ່​ອິສ​ລະ​ມາ​ບັດ ນະ​ຄອນ​ຫລວງ​ປາ​ກິ​ສະ​ຖານ ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ພາສາ​ຍຸກ​ປະຈຸ​ບັນ ແຫ່ງ​ຊາດ​ປາ​ກິ​ສະ​ຖານ​ໄດ້​ເຊັນ​ສັນ​ຍາ​ກັນ, ຕົກ​ລົງ​ຮ່ວມ​ກັນ​ສ້າງ​ວິ​ທະ​ຍາ​ຄານ​ຂົງ​ຈື້.ມື້​ດຽວ​ກັນ, ສອງ​ຝ່າຍ​ຍັງ​ໄດ້​ຈັດ​ພິ​ທີ​ຕິດ​ປ້າຍ​ວິ​ທະ​ຍາ​ຄານ​ດັ່ງ​ກ່າວ.

ການ​ສ້າງ​ວິ​ທະ​ຍາ​ຄານ​ຂົງ​ຈື້​ຢູ່​ຕ່າງ​ປະ​ເທດ​ແມ່ນ​ໂຄງ​ການ​ແຫ່ງ​ຊາດ​ທີ່​ລັດ​ຖະ​ບານ​ຈີນ​ສົ່ງ​ເສີມ.ຕາມ​ຊາບ​ວ່າ, ວິ​ທະ​ຍາ​ຄານ​ຂົງ​ຈື້​ຂອງ​ອິສ​ລະ​ມາ​ບັດ​ຕົ້ນຕໍ​ຈະ​ເຜີຍ​ແຜ່​ການ​ສຶກ​ສາ​ພາສາ​ຈີນ​ແລະ​ວັດ​ທະ​ນະ​ທຳ​ຈີນ, ຈັດ​ການ​ເສັງ​ລະ​ດັບ​ພາ​ສາ​ຈີນ,​ແນະ​ນຳ​ນັກ​ສຶກ​ສາ​ປາ​ກິ​ສະຖານ​ໄປ​ຮຽນ​ຢູ່​ຈີນ​ແລະ​ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ການ​ໄປ​ຮຽນ​ຢູ່​ຈີນ​ເປັນ​ຕົ້ນ.