ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 17:57:02    
ເ​ຂດ​ມົງ​ໂກນ​ໃນປົກຄອງ​ຕົນ​ເອງຂອງ​ຈີນ​ປະຕິບັດ​ກິດຈະການການ​ສຶກສາ​ທາງ​ໄກ​ຢ່າງໜັກ​​ແໜ້ນ

cri
ຕາມ​ຂ່າວສານ​ຊີ​ນຮວາ ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ຊາບ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ ​ວ່າ ຢູ່ ​ເຂດ​ມົງ​ໂກນ​ໃນປົກ​ຄອງ​ຕົນ​ເອງພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ທີ່​ໄດ້​ສ້າງ​ເຄືອ​ຂ່າຍ​ການ​ສຶກສາ​ທາງ​ໄກ​ທັນ​ສະ​ໄໝ​ໃນ​ເຂດ ຊົນນະບົດ​​ແລະ​ເຂດ​ລ້ຽງສັດອ່າວ​ໄວ​ນັ້ນ ​ປັດຈຸບັນ ​ນັກ​ຮຽນ​​ໂຮງຮຽນ​ປະຖົມ ​ແລະ​ມັດທະຍົມ8000ກວ່າຫຼັງໄດ້​ຮັບ​ການ​ສຶກສາ​ດີ​ເດັ່ນ​ຂອງ​ຕ່າງ​​ຖິ່ນຢູ່ກັບ​ບ່ອນ.

ນັບ​ມາຮອດ​ທ້າຍປີ2004 ​ເບົ້າ​ແບບກິດຈະການ​ເຄືອ​ຂ່າຍການ​ສຶກສາ​ທາງ​ໄກ​ທີ່​ທັນ​ສະ​ໄໝສາມ​ປະ​ເພດ​ຄື ​ລະບົບ​ຮັບ​ສັນຍາ​ພາບ​ຈາກ​ດາວ​ທຽມ ຫ້ອງ​ຮຽນ​ຄອມພິວ​ເຕີ ບ່ອນ​ສາຍ​ວີ​ຊີ​ດີ ລ້ວນ​ແຕ່​ໄດ້​ສ້າງ​ຂຶ້ນ​ຢູ່​ເຂດມົງ​ໂກນ​ໃນ​ແລ້ວ. ນັບ​ລວມ​ແລ້ວ​ ເຂດມົງ​ໂກນ​ໃນ​ໄດ້ກິດຈະການ​ການ​ສຶກສາ​ທາງ​ໄກ​ໃຫ້ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ຢູ່​ເຂດ​ລ້ຽງສັດ​​ແລະຊົນນະບົດ​ລວມ8000ກວ່າ​ຫຼັງ ກວມ​73%ຂອງຍອດ​ຈຳນວນ​ໂຮ​ງຮຽນ​ປະຖົມ​ແລະ​ມັດທະຍົມ​ຢູ່​ເຂດລ້ຽງສັດ​ແລະ​ຊົນນະບົດ​ໃນທົ່ວ​ເຂດ.